ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

Thailand Insists on Completion of Hmong Refugees Repatriation


ລັດຖະມົນຕີວ່າການຕ່າງ​ປະ​ເທດ​ຂອງ​ໄທ​ສັ່ງການ​ໃຫ້​ກອງທັບ​ພາກ​ທີ​ສາມຈັດທຳ​ແຜນການ​ກ່ຽວກັບ​ການ​ຈັດ​ສົ່ງ​ບັນດາ​ຊາວ​ມົ້ງລາວ​ຈາກ​ບ້ານ​ຫ້ວຍ​ນ້ຳຂາວ ກັບ​ຄືນ​ໄປ​ລາວ​ໃຫ້ໄດ້​ຢ່າງ​ລະອຽດ ​ເພື່ອ​ທີ່​ວ່າ​ລັດຖະບານ​ໄທຈະ​ໄດ້​ຈັດ​ສັນ ງົບປະມານ​ໃຫ້​ຢ່າງ​ພຽງພໍ ​ແລະ ກໍ​ຈະ​ໄດ້​ຈັດ​ສົ່ງ​ຊາວ​ມົ້ງກັບ​ຄືນ​ໄປ​ລາວ​ໃຫ້​ໄດ້​ທັງໝົດພາຍ​ໃນ​ທ້າຍ​ປີນີ້.

ທ່ານ ກະສິດ ພິຣົມ ລັດຖະມົນຕີວ່າ​ການຕ່າງ​ປະ​ເທດຂອງ​ໄທຊຶ່ງ​ໄດ້​ ​ຖະ​ແຫລ​ງ ຢືນຢັນ​ວ່າ ທ່ານ​ໄດ້​ໃຫ້​ແນວ​ນະ​ໂຍ​ບາຍ​ແກ່​ບັນດາ​ເຈົ້າໜ້າທີ່​ທະຫານ​ໄທ​ລະດັບ​ປະຕິບັດ​ການ​ປະຈຳກອງທັບພາກ​ທີ​ສາມ ຊຶ່ງ​ຮັບ​ຜິດ​ຊອບ​ດ້ານ​ຄວາມໝັ້ນຄົງ ຢູ່​ໃນ​ເຂດ​ພາກ​ເໜືອ ຂອງ​ໄທ​ຢ່າງ​ເປັນ​ທາງ​ການ​ແລ້ວ ​ເມື່ອ​ບໍ່ນານ​ມານີ້ ທັງນີ້ກໍ​ເພື່ອ​ວ່າ ຈະ​ໃຫ້​ດຳ​ເນີນ​ການ ຈັດ​ທຳ​ແຜນການ​ກ່ຽວກັບ​ການຈັດ​ສົ່ງ​ຊາວ​ມົ້ງຈາກ​ສູນ​ຮອງ​ຮັບ​ຊົ່ວຄາວ​ບ້ານ​ຫ້ວຍ ນ້ຳຂາວ ອຳ​ເພີ​ເຂົາ​ຄໍ້ຈັງຫວັດ​ເພັດ​ສະ​ບູນທາງ​ພາກ​ເໜືອຕອນ​ຫລ່າງຂອງ​ປະ​ເທດ​ໄທ ​ກັບ​ຄືນ​ໄປ​ປະ​ເທດ​ລາວ ​ແລະ ການຈັດ​ທຳ​ແຜນດັ່ງກ່າວ ກໍ​ຈະ​ຕ້ອງ​ຈັດ​ທຳ​ຢ່າງ​ລະອຽດ ອີກ​ດ້ວຍ ເພື່ອ​ທີ່​ວ່າ​ຈະ​ເຮັດ​ໃຫ້ ການຈັດ​ສົ່ງ​ຊາວ​ມົ້ງກັບ​ຄືນ​ໄປ​ລາວ​ນັ້ນ ສາມາດ​ປະຕິ ບັດ​ໄດ້​ທັງໝົດພາຍໃນທ້າຍປີນີ້.​ ​

ທ່ານ ກະສິດ ຍັງ​ບອກອີກ​ດ້ວຍ​ວ່າ ທ່ານ​ໄດ້​ໃຫ້​ນະ​ໂຍບາຍ​ດັ່ງກ່າວ​ໃນລະ​ຫວ່າງການ​ເດີນທາງ​ໄປ ກວດ​ຢ້ຽມສູນ​ຮອງ​ຮັບ​ຊົ່ວ​ຄາວບ້ານ​ຫ້ວຍ​ນ້ຳຂາວ ກ່ອນໜ້າທີ່​ຈະ​ມີ​ກອງ​ປະຊຸມ​ຄະນະ​ກຳມາ​ທິການ​ຮ່ວມ​ລະຫວ່າງ​ລາວ​ກັບ​ໄທ​ຄັ້ງທີ​ສິບ​ຫ້າ​ຢູ່​ຫລວງ​ພະ​ບາງ ​ໂດຍ​ມີ​ລັດຖະມົນຕີວ່າ​ການ​ຕ່າງປະ​ເທດ​ຂອງ​ທັງ​ສອງ​ຝ່າຍ​ເປັນ​ປະທານ​ໃນ​ກອງ​ປະຊຸມ​ຮ່ວມ​ກັນ. ຍິ່ງ​ໄປ​ກວ່າ​ນັ້ນ ພາຍຫລັງ​ຈາກ​ກອງ​ປະ ຊຸມ​ດັ່ງກ່າວ​ໄດ້ສິ້ນສຸດ​ລົງ ທ່ານ ທອງ​ລຸນ ​ສີສຸ​ລິດ ຮອງນາ​ຍົກ​ລັດຖະມົນຕີ ​ແລະ ລັດຖະມົນຕີ ວ່າ​ການຕ່າງ​ປະ​ເທດ​ຂອງ​ລາວ ​ໃນ​ຖານະ ປະທານ​ຄະນະ​ກຳມາ​ທິການ​ຂອງ​ຝ່າຍ​ລາວ​ນັ້ນ ກໍ​ຍັງ​ໄດ້​ຖະ​ແຫລ​ງເນັ້ນຢ້ຳອີກ ດ້ວຍ​ວ່າ ທາງ​ການ​ລາວ​ພ້ອມ​ທີ່​ຈະ​ຮັບ​ຮອງ​ເອົາ​ຊາວ​ມົ້ງຕະຫລອດ​ເວລາ ​ຫລື ​ໃນ​ທຸກ​ເມື່ອ​ທີ່​ທາງ​ການ​ໄທ​ຈະ​ດຳ​ເນີນການ​ສົ່ງ​ຊາວ​ມົ້ງກັບ ຄືນ​ໄປ​ລາວ ​ໂດຍ​ທາງ​ການລາວ​ຈະ​ໃຫ້ ການ​ເບິ່ງ​ແຍງ​ຊາວ​ມົ້ງ​ເຫລົ່າ​ນີ້ທຸກ​ຄົນ​ເປັນ​ຢ່າງ​ດີ. ​

ໃນໄລຍະ​ນັບ​ຈາກ​ປີ 2007 ​ເປັນຕົ້ນມາຈົນ​ເຖິງ​ທ້າຍ​ເດືອນ​ມີນາ​ທີ່​ຜ່ານ​ມານີ້ ທາງ​ການ​ໄທ​ໄດ້​ສົ່ງ​ຊາວ​ມົ້ງ ຈາກ​ບ້ານ​ຫ້ວຍ​ນ້ຳຂາວ ກັບ​ຄືນ​ໄປ​ໃຫ້​ກັບ​ທາງ​ການ​ລາວ​ແລ້ວ ຈຳນວນ 13 ຄັ້ງ ຊຶ່ງ​ກໍ​ເຮັດ​ໃຫ້​ຊາວ​ມົ້ງທີ່​ຖືກ​ສົ່ງ​ກັບໄປ​ລາວ​ແລ້ວນັ້ນ ມີ​ຈຳ ນວນ​ລວມກັນ​ທັງໝົດ 2,509 ຄົນ ​ແລະ ຢູ່​ໃນ​ປະຈຸ​ບັນ ຍັງເຫລືອ​ຊາວ​ມົ້ງຢູ່​ສູນ​ຮອງ​ຮັບຊົ່ວຄາວ ບ້ານ​ຫ້ວຍ​ນ້ຳຂາວ ຈຳນວນ​ທັງໝົດ 5,022 ຄົນ ທີ່ຈະ​ຕ້ອງ​ຖືກ​ທາງ​ການ​ໄທ ສົ່ງ​ກັບ​ຄືນ​ໄປ​ລາວ​ໃຫ້ໝົດ ພາຍ​ໃນ​ທ້າ​ຍ ປີນີ້ຕໍ່​ໄປ. ຊຶ່ງຕໍ່ກໍລະນີ​ດຽວກັນນີ້ ທ້າວ ຫ​ລີ​ສື​ ແກນນຳຄົນ​ສຳຄັນ​ຂອງ​ຊາວ​ມົ້ງ ຢູ່​ບ້ານ​ຫ້ວຍ​ນ້ຳຂາວກໍ​ໄດ້​ໃຫ້ການ​ຍອມ ຮັບ​ກັບ VOA ວ່າ ​ເປັນ​ການ​ຍາກທີ່​ຈະ​ຂັດຂວາງ​ການ​ດຳ​ເນີນ​ແຜນການ​ດັ່ງ​ກ່າວ​ຂອງ​ທາງ​ການ​ໄທ ​ແລະ ລາວ ຫາກ​ແຕ່​ໃນ​ຂະນະ​ດຽວກັນ ທ້າວ ຫລີ​ສື ກໍ​ໄດ້​ເປີດເຜີຍ​ວ່າ ​ໃນ​ຄວາມ​ເປັນ​ຈິງ​ແລ້ວ ຢູ່ສູນ​ຮອງ​ຮັບຊົ່ວຄາວບ້ານ​ຫ້ວຍ​ນ້ຳ ຂາວນັ້ນ ກໍມີ​ທັງ ຊາວ​ມົ້ງລາວ ທີ່ຢູ່​ໃນ​ເຂດ​ເມືອງ ກັບ​ຊາວ​ມົ້ງລາວທີ່ຢູ່​ໃນ​ເຂດ​ປ່າ ທີ່​ເປັນ​ປໍລະ​ປັກ​ທາງ​ການ​ເມືອງ​ຕໍ່ທາງ​ການ​ລາວມາ​ໂດຍ​ຕະຫລອດ. ​ເພາະ​ສະ​ນັ້ນ ການ​ສົ່ງ​ຊາວ​ມົ້ງລາວ​ກັບ​ຄືນ​ໄປລາວ ຈຶ່ງ​ບໍ່​ແມ່ນ​ເລື້ອງທີ່ໜ້າ​ເປັນ​ຫ່ວງ ຄື​ກັບ​ການ​ສົ່ງ​ຊາວ​ມົ້ງປ່າກັບ​ຄືນ​ໄປ​ໃຫ້​ກັບ​ທາງ​ການ​ລາວ ດັ່ງ​ທີ່​ ທ້າວ ຫລີ​ສື ​ໄດ້​ໃຫ້ການ​ເນັ້ນຢ້ຳ​ໃນ​ຕອນໜຶ່ງ ວ່າ:

ຕອນ​ນີ້ ນາຍ ຫລີ​ສື ນີ້ ຢາກ​ຮ້ອງຂໍ​ລັດຖະບານ​ໄທວ່າ ພວກ​ມົ້ງປ່ານີ້ໄດ້ຊ່ອຍ​ປະ​ເທ​ດ​ໄທ​ລົບ​ຢູ່​ທີ່ຣົ່ມເກົ້າ ​ໄມ້ເໝາະ​ສົມ ​ລັດຖະບານ​ໄທ ຈະ​ພັກດັນຊາວ​ມົ້ງປ່ານີ້ ກັບ​ໄປໃຫ້​ລັດຖະບານ​ລາວ​ທໍລະມານ.


ພ້ອມ​ກັນນີ້ ທ້າວ ຫລີ​ສື ຍັງ​ໄດ້​ສະ​ແດງ​ການ​ຮຽກຮ້ອງ​ຂໍ​ໃຫ້​ອົງການສະຫະ​ປະຊາ​ຊາດ ຍື່ນ​ມື​ເຂົ້າມາ​ໃຫ້​ຄວາມຊ່ອຍ​ເຫລືອ​ແກ່​ພວກ​ຕົນ​ໂດຍ​ດ່ວນ​ອີກ​ດ້ວຍ ​ເພາະວ່າການ​ສົ່ງ​ຊາວ​ມົ້ງປ່າ ກັບ​ຄືນ​ໄປ​ໃຫ້​ກັບທາງ​ການ​ລາວນັ້ນ ກໍ​ຄືນ​ການ​ສົ່ງ​ກັບ​ຄືນ​ໄປຮັບ​ເຄະ ກຳນັ້ນ​ເອງ. ​ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ ພົນ​ຈັດ​ຕະວາບົວ​ສ້ຽງ ຈຳປາ​ພັນ ຮອງ​ຫົວໜ້າກົມ​ໃຫຍ່​ເສນາ​ທິການກອງທັບ​ປະຊາຊົນ​ລາວ ກໍ​ໄດ້​ຖະ​ແຫລ​ງຢືນຢັນ​ໃນ​ລະຫວ່າງ​ການເດີນທາງ​ໄປ​ພົບ​ປະ​ກັບ​ບັນດາ​ແກນນຳ​ຂອງ​ຊາວ​ມົ້ງ ຢູ່​ບ້ານ​ຫ້ວຍ​ນ້ຳຂາວ ເມື່ອ​ເດືອນ​ກຸມພາ​ທີ່​ຜ່ານ​ມານີ້ວ່າ ທາງ​ການ​ລາວ ຈະ​ລົບ​ລ້າງ​ທຸກ​ຄວາມ​ຜິດ ​ໃຫ້​ກັບ​ຊາວ​ມົ້ງທຸກ​ຄົນ ທີ່​ສະໝັກ​ໃຈ​ເດີນທາງ​ກັບ​ຄືນ​ໄປ​ປະ​ເທດ​ລາວ.


ຊົງຣິດ ໂພນເງິນ ລາຍ​ງານ​ຈາກ​ບາງກອກໃນວັນທີ 02 ເມສາ 2009

XS
SM
MD
LG