ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຂັດແຍ້ງ ກ່ຽວກັບວິທີຈັດການປະຊຸມ ເຮັດໃຫ້ກອງປະຊຸມ ສອງເກົາຫລີ ມີການຊັກຊ້າ


ສອງເກົາຫລີ - ການເຈຣະຈາ: ການເຈ ຣະຈາຣະຫວ່າງ ສອງເກົາຫລີ ຊຶ່ງຄາດກັນວ່າ ຈະມີຂຶ້ນ ໃນມື້ນີ້ ຍັງບໍ່ທັນ ເລີ້ມຂຶ້ນເທື່ອ ຍ້ອນວ່າ ທັງສອງຝ່າຍ ຍັງຕົກລົງກັນ ບໍ່ໄດ້ ກ່ຽວກັບ ວິ​ທີ ຈັດການປະຊຸມ. ຄະນະຜູ້ແທນ ຂອງເກົາຫຼີໃຕ້ ໄດ້ອອກເດີນທາງ ໄປຍັງເມືອງ KAESONG ຫົວເມືອງ ຊາຍແດນ ຂອງ ເກົາຫລີເໜືອ ໃນເຊົ້າມື້ນີ້ ເພື່ອເຂົ້າຮ່ວມ ການເຈຣະຈາ ຣະຫວ່າງ ຣັຖບານ ຕໍ່ຣັຖບານ ເປັນເທື່ອທຳອິດ ໃນຮອບ ນຶ່ງປີກວ່າໆ. ແຕ່ແນວໃດກໍຕາມ ໂຄສົກ ຂອງກະຊວງ ທ້ອນໂຮມຊາດ ເກົາຫລີໃຕ້ ທ່ານ KIM HO-NYEON ກ່າວວ່າ ການເຈຣະຈາ ຍັງບໍ່ທັນ ເລີ້ມຂຶ້ນເທື່ອ ແລະກໍບໍ່ມີ ຄວາມກ້າວໜ້າ ໃດໆເລີຍ. ທ່ານບໍ່ຍອມ ແຈ້ງໃຫ້ຊາບວ່າ ໄດ້ມີບັນຫາ ​ແນວ​ໃດ ​ເກີດ​ຂື້ນ? ເປັນທີ່ ຄາດກັນວ່າ ທັງສອງຝ່າຍ ຈະສົນທະນາ ຫາຣືກັນ ກ່ຽວກັບ ເຂດອຸສາຫະກັມຮ່ວມ ຊຶ່ງໄດ້ເລີ້ມເປີດ ທີ່ເມືອງ KAESONG ໃນປີ 2005. ນອກນັ້ນ ຜູ້ຕາງໜ້າ ຂອງທັງສອງຝ່າຍ ອາດຈະໄດ້ ສົນທະນາ ຫາຣືກັນ ກ່ຽວກັບ ຄົນງານ ຂອງເກົາຫລີໃຕ້ ຄົນນຶ່ງ ທີ່ຖືກ ເກົາຫລີເໜືອ ຈັບໃນເດືອນແລ້ວ ໃນຂໍ້ຫາ ຕຳໜິຕິຕຽນ ອຳນາດ ການປົກຄອງ ຄອມມູນິສ ຂອງເກົາຫລີເໜືອ.

ເກົາຫລີເໜືອ - ນິວເຄລັຽ: ຂະນະດຽວກັນ ຣັດເຊັຽ ກ່າວວ່າ ຣັຖມຸນຕຣີ ການຕ່າງປະເທດ ທ່ານ SERGEI LAVROV ຈະເດີນທາງ ໄປຢ້ຽມຢາມ ເກົາຫຼີເໜືອ ​ແລະ​ເກົາຫລີ​ໃຕ້ ໃນ 2-3 ​ມື້​ ຂ້າງ​ໜ້ານີ້ ​ແລະ​ຈະ​ພົບ​ປະ ​ກັບ​ເຈົ້າໜ້າ​ທີ່​ ຂອງ​ທັງ​ສອງ​ ປະ​ເທດ. ທ່ານ LAVROV ບອກ​ ພວກ​ນັກ​ຂ່າວ​ ໃນ​ມື້​ນີ້​ວ່າ ທ່ານ​ມີແຜນການ ຈະສົນທະນາ ຫາຣື ກ່ຽວກັບ ຄວາມ​ເຄັ່ງຕຶງ ຢູ່ໃນ ແຫລມເກົາຫລີ ​ໃນ​ຣະຫວ່າງ​ ການ​ຢ້ຽມຢາມ ​ຄັ້ງນີ້ ຕລອດທັງ​ເຣື່ອງ ຄວາມ​ພະຍາຍາມ ​ທີ່​ກຳລັງ ​ລົ້ມ​ແຫລ​ວ ​ເພື່ອ​ໃຫ້​ ເກົາຫລີເໜືອ​ ຍຸ​ຕິ ໂຄງການ​ນິວ​ເຄລັຽນັ້ນ. ການເດີນທາງ​ ຂອງ​ທ່ານ LAVROV ຈະ​ເລີ້ມຂື້ນ ​ດ້ວຍ​ການ​ຢຸດ​ແວ່​ ຢ້ຽມຢາມ ​ພຽງ​ຢາງ ​ເປັນ​ເວລາ ​ສອງ​ມື້ ​ໃນ​ວັນ​ພະຫັດ​ ຈະ​ມາ​ນີ້ ຊື່​ງ​ເປັນ​ເວລາ ​ພຽງ​ນື່ງສັປະດາ ຫລັງ​ຈາກ​ ທີ່ເກົາຫລີເໜືອ ກ່າວວ່າ ຕົນຈະຖອນໂຕ ອອກຈາກ ການເຈຣະຈາ 6 ຝ່າຍ ກ່ຽວ​ກັບ​ ການຍຸຕິ ໂຄງການ ສ້າງອາວຸດ ນິວເຄລັຽ ຂອງຕົນ ​ແລະຂັບ​ໄລ່ ຄະນະກວດກາ ນິວເຄລັຽນາໆຊາດ ອອກຈາກປະ​ເທດ ຍ້ອນ​ບໍ່ພໍ​ໃຈ​ ທີ່ສະພາ ຄວາມໝັ້ນຄົງ ອົງການ ສະຫະປະຊາຊາດ ໄດ້ຕຳໜິ ຕິຕຽນ ການຍິງຈະຣວດ ຂອງເກົາຫລີເໜືອ ໃນຕົ້ນ ເດືອນນີ້ ​ແຕ່ເກົາຫລີເໜືອ ເວົ້າວ່າ ເປັນການສົ່ງດາວທຽມ.

ສຣີລັງກາ: ເຈົ້າໜ້າທີ່ ສຣີລັງກາ ກ່າວວ່າ ມີພົລເຮືອນ ເກືອບ 50 ພັນຄົນ ໄດ້ພາກັນ ຫລົບໜີ ຈາກເຂດ ຢຶດຄອງ ຂອງ ພວກກະບົດ ທະມິລ ຂະນະທີ່ ກຳນົດເວລາ ​ເສັ້ນຕາຍ ສຳລັບໃຫ້ ພວກກະບົດ ແບ່ງແຍກ ດິນແດນ ທະມິລ ຍອມຈຳນົນ ຕໍ່ຣັຖບານ ໄດ້ຜ່ານພົ້ນ​ໄປ​. ແຕ່ຄະນະ ກັມມະການ ສະພາກາແດງ ສາກົນ ເຕືອນວ່າ ການບຸກໂຈມຕີ ຂັ້ນສຸດທ້າຍ ຂອງ ຣັຖບານ ສຣີລັງກາ ຕໍ່ພວກກະບົດ ທະມິລນັ້ນ ອາດຈະ ເຮັດໃຫ້ ພົລເຮືອນ ເສັຽຊີວິດ ເພີ້ມຂຶ້ນ ເປັນຈຳນວນ ຫລວງຫລາຍ. ສະພາກາແດງ ກ່າວວ່າ ຕົນມີ ຄວາມກັງວົນ ເປັນທີ່ສຸດ ກ່ຽວກັບ ປະຊາຊົນ ຈຳນວນ ຫລາຍໆ ສິບພັນຄົນ ຮວມທັງ ແມ່ຍິງ ເດັກນ້ອຍ ແລະຜູ້ເຖົ້າຜູ້ແກ່ ທີ່ຍັງຕົກຄ້າງ ຢູ່ໃນເຂດ ທີ່ຍັງມີ ການສູ້ຣົບກັນ ໃນພາກເໜືອ ຂອງສຣີລັງກາ. ທ່ານ KEHELIYA RAMBUKWELLA ໂຄສົກ ໃນດ້ານກິຈການ ປ້ອງກັນປະເທດ ຂອງ ສຣີລັງກາ ກ່າວຕໍ່ VOA ໃນມື້ ວານນີ້ວ່າ ຜູ້ນຳ ຂອງພວກກະບົດ ເສືອທະມິລ ນາຍ VELUPILLAI PRABHAKARAN ແລະພັກພວກ ຕ້ອງໄດ້ ພາກັນ ວາງອາວຸດ ໃນຕອນທ່ຽງ ຂອງວັນອັງຄານ ມື້ນີ້ ຕາມເວລາ ທ້ອງຖິ່ນ ຖ້າບໍ່ ດັ່ງນັ້ນແລ້ວ ກໍຈະປະເຊີນ ກັບການ ບຸກໂຈມຕີ ຂັ້ນສຸດທ້າຍ.

ສຣີລັງກາ - ການປະທ້ວງ: ຂະນະດຽວກັນ ໃນມື້ວານນີ້ ຕຳຣວດຝຣັ່ງ ທີ່ກຸງປາຣີ ໄດ້ຈັບ ປະມານ 200 ຄົນ ທີ່ຮ່ວມ​ ໃນການ ປະທ້ວງ ຂອງຊາວທະມິລ ທີ່ໄດ້ກາຍເປັນ ຄວາມຮຸນແຮງ. ໂຄສົກ ຂອງຕຳຣວດ ກ່າວວ່າ ມີ 4 ຄົນ ໄດ້ຮັບ ບາດເຈັບໃນການ ປະທ້ວງທີ່ບໍ່ໄດ້ຮັບ ອະນຸຍາດ ໂດຍຊາວທະມິລ ທີ່ອາສັຍ ຢູ່ໃນ ຕ່າງປະເທດ ທີ່ມີ ຄວາມໂກດແຄ້ນ ຕໍ່ສະຖານະການ ໃນສຣີລັງກາ. ພວກເດີນຂະບວນ ໄດ້ອັດຖນົນ ຫົນທາງ ທີ່ມີ ການຈະລາຈອນ ໄປມາ ຢ່າງໜາແໜ້ນ ໃກ້ສະຖານີ ຣົດໄຟ GARE DU NORD ໃນກຸງປາຣີ. ສ່ວນການ ປະທ້ວງ ທີີ່ໃຫຍ່ກວ່າ ໄດ້ມີຂຶ້ນ ທີ່ກຸງລອນດອນ ບ່ອນທີ່ ພວກປະທ້ວງ ຊາວທະມິລ ຢ່າງນ້ອຍ 2 ພັນ 500 ຄົນ ໄດ້ພາກັນ ໂຮ່ຮ້ອງ ສົ່ງສຽງດັງ ແຕ່ເປັນການ ປະທ້ວງ ແບບສັນຕິ. ການໂຮມ ຊຸມນຸມ ທີ່ວ່ານີ້ ແມ່ນ​ເທື່ອ​ຫລ້າ​ສຸດ​ ໃນ​ການປະທ້ວງ ທີ່ມີມາ ເປັນລຳດັບ ໂດຍຊາວອັງກິດ ເຊື້ອສາຍທະມິລ ​ໃນ​ໄລຍະ​ສອງ​ອາທິດ ​ຜ່ານ​ມາ. ພວກປະທ້ວງ ຢາກໃຫ້ອັງກິດ ກົດດັນ ສຣີລັງກາ ຍຸຕິ ການສູ້ຣົບ ຢູ່ໃນພາກເໜືອ ຂອງປະເທດ ດັ່ງກ່າວ ບ່ອນທີ່ ທະຫານ ຣັຖບານ ກຳລັງ ທຳການ ປິດລ້ອມ ພວກກະບົດ ໃນເຂດ ຢຶດຄອງ ທີ່ຍັງເຫລືອ ແຕ່ພຽງ ໜ້ອຍດຽວ.

ເຄັນຢາ - ການຂ້າກັນ: ທີ່ປະເທດ ເຄັນຢາ ຕຳຣວດ ກ່າວວ່າ ມີບໍ່ຕ່ຳກວ່າ 24 ຄົນ ໄດ້ເສັຽຊີວິດ ລຸນຫລັງ ທີ່ໄດ້ມີ ການປະທະກັນ ຣະຫວ່າງ ປະຊາຊົນ ທີ່ອາສັຍ ຢູ່ໃນເມືອງ ແຫ່ງນຶ່ງ ແລະ ສະມາຊິກ ຂອງກຸ່ມ ອັນທະພານ ທີ່​ທາງ​ການ​ຫ້າມ ​ກຸ່ມ​ນື່ງ. ຕຳຣວດ ເວົ້າວ່າ ຄວາມຮຸນແຮງ ໄດ້ມີຂຶ້ນ ໃນຕອນແລງ ຂອງຄືນ ວັນຈັນ ຫລັງຈາກ ປະຊາຊົນ ທີ່ເມືອງ KARATINA ໃນພາກກາງ ຂອງ ປະເທດ ເຄັນຢາ ໄດ້ຈັດຕັ້ງກັນ ເພື່ອຕໍ່ສູ້ ຕ້ານຄືນ ກຸ່ມອັນທະພານ MUNGIKI ທີ່ມີ ຊື່ສຽງບໍ່ດີ. ຊາວເມືອງ ເວົ້າວ່າ ກຸ່ມອັນທະພານ ກໍ່ຄວາມຮຸນແຮງ ຄ້າຍຄືກັນ ກັບມາເຟັຽ ກຸ່ມ​ນີ້ ໄດ້ທຳການ ເຄື່ອນໄຫວ ຢູ່ໃນເຂດ ຂອງພວກ ເຂົາເຈົ້າ ເມື່ອໄວໆມານີ້. ຕຳຣວດ ກ່າວວ່າ ກຸ່ມ MUNGIKI ໄດ້ເລີ້ມຕົ້ນຂື້ນ ໃນຖານະ ເປັນກຸ່ມ ສາສນາ ແຕ່ໄດ້ກາຍມາ ເປັນກຸ່ມ ອາຊຍາກັມ ທີ່ພົວພັນ ກັບການຮີດໄຖ ການຄາຕກັມ ທີ່ຮວມທັງ ການຕັດຫົວ ແລະການຍິງຕາຍ.

ສະຫະຣັດ - ໂຈນທະເລ: ໜຸ່ມນ້ອຍຊາວ ໂຊມາເລັຽ ຄົນນຶ່ງ ຈະໄປ ປາກົດໂຕ ຕໍ່ໜ້າ ຜູ້ພິພາກສາ ສານ ຣັຖບານກາງ ຂອງ ສະຫະຣັດ ໃນ​ມື້​ນີ້ ເພື່ອປະເຊີນ ກັບຂໍ້ຫາ ທີ່ພົວພັນ ກັບການຈີ້ ກຳປັ່ນບັນທຸກ ຂອງສະຫະຣັດ ຢູ່ນອກ ແຄມຝັ່ງ ທະເລ ໂຊມາເລັຽ ໃນຕົ້ນ ເດືອນນີ້. ທ້າວ ABDUHL WALI-I-MUSI ໄດ້ເດີນທາງ ໄປເຖິງ ບ່ອນຄຸມຂັງ ຂອງ ຣັຖບານກາງ ທີ່ ນະຄອນ ນິວຢອກ ໃນຄືນວານນີ້ ​ໃນ​ສະພາບ ຖືກໃສ່ກັບມື ແລະ​ໃສ່ ໂສ້​ທີ່ຂາ ​ແລະ ຄວບຄຸມ​ໂຕ​ ໄປໂດຍ ເຈົ້າໜ້າທີ່ ຣັຖບານກາງ. ຜູ້ກ່ຽວ ຈະເປັນ ໂຈນທະເລ ຄົນທຳອິດ ທີ່ຈະຖືກ ດຳເນີນຄະດີ ຢູ່ໃນສະຫະຣັດ ໃນໄລຍະ ນຶ່ງສັຕວັດ ກວ່າໆ. ທ່ານ ABDULLAHI ALI ນັກວິເຄາະ ການເມືອງ ໂຊມາເລັຽ ກ່າວຕໍ່ວິທຍຸ VOA ພາກພາສາ ອັງກິດ ຕໍ່ອາຟຣິກາວ່າ ມັນຈະ ເປັນການ ດີຫລາຍ ຖ້າທ້າວ WA LI-I-MUSI ຫາກປະເຊີນ ກັບຂໍ້ຫາ ດັ່ງກ່າວ ທີ່ປະເທດ ຂອງລາວເອງ ​ເພາະ​ມັນ ຈະສົ່ງ ຄຳເຕືອນ ໄປຍັງ ພວກໂຈນທະເລ ຄົນອື່ນໆ ທີ່ປະຕິບັດງານ ຢູ່ໃນຂົງເຂດ. ໂຊມາເລັຽ ບໍ່ມີຣັຖບານ ທີ່ສາມາດ ປະຕິບັດງານ​ໄດ້ ມາແຕ່ ປີີ 1991 ເວລາ ພວກຂຸນເສິກ ໄດ້ທຳການ ໂຄ່ນລົ້ມ ຈອມຜະເດັດການ MOHAMED SIAD BARRE ແລະເລີ້ມສູ້​ລົບກັນເອງ.

ເຮົາຍັງມີຂ່າວອື່ນໆ ເຊີນຟັງລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG