ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານໂອບາມາ ສແວງຫາຊ່ອງທາງ ຢາກໃຫ້ມີການເປັນພາຄີ ເທົ່າທຽມກັນ ກັບບັນດາປະເທດເພື່ອນບານ ຂອງສະຫະຣັດ


ໂອບາມາ - ກອງປະຊຸມສຸດຍອດ: ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ມີວຽກຍຸ່ງຫລາຍ ໃນວັນ ເສົາມື້ນີ້ ຢູ່ທີ່ກອງປະຊຸມ ສຸດຍອດ ທະວີບ ອະເມຣິກາ ທີ່ໝູ່ເກາະ TRINIDAD ແລະ TOBAGO ຂະນະທີ່ ທ່ານຊຸກຍູ້ ໃຫ້ມີ ການຕໍ່ອາຍຸ ການເປັນພາຄີ ຂອງບັນດາ ປະຊາຊາດ ໃນຊີກໂລກຕາເວັນຕົກ. ທ່ານ OBAMA ກຳລັງພົບປະ ກັບສະຫະພາບ ບັນດາປະເທດ ໃນອະເມຣິກາໃຕ້ ແລະຈະເຂົ້າຮ່ວມ ກອງປະຊຸມ 3 ຄັ້ງ. ໃນການເລີ້ມຕົ້ນ ກອງປະຊຸມ ສຸດຍອດ ມື້ວານນີ້ ທ່ານ OBAMA ໄດ້ຮຽກຮ້ອງ ໃຫ້ມີການ ເລີ້ມຕົ້ນໃໝ່ ໃນຄວາມສັມພັນ ຣະຫວ່າງ ສະຫະຣັດ ກັບຄິວບາ ຊຶ່ງເປັນປະເທດ ທີ່ບໍ່ໄດ້ມີໜ້າ ໃນກອງປະຊຸມ ສຸດຍອດ. ປະທານາທິບໍດີ ຄິວບາ ທ່ານ RAUL CASTRO ກ່າວວ່າ ຄິວບາ ໄດ້ກະກຽມແລ້ວ ທີ່ຈະສົນທະນາ ຫາຣື ກ່ຽວກັບ ທຸກໆບັນຫາ ກັບວໍຊິງຕັນ. ນອກນັ້ນ ທ່ານ OBAMA ຍັງໄດ້ຍື່ນມື ໄປຫາສັດຕຣູເກົ່າ ອີກຄົນນຶ່ງ ຂອງສະຫະຣັດ ຄືປະທານາທິບໍດີ ເວເນຊູເອລາ ທ່ານ HUGO CHAVEZ. ຜູ້ນຳທັງສອງ ໄດ້ຈັບມືກັນ ເປັນເວລາສັ້ນໆ ໃນມື້ວານນີ້ ແລະມີລາຍງານວ່າ ທ່ານ CHAVEZ ໄດ້ກ່າວຕໍ່ ປະທານາທິບໍດີ ສະຫະຣັດວ່າ “ຂ້າພະເຈົ້າ ຢາກເປັນເພື່ອນ ຂອງທ່ານ”.

ໂອບາມາ - ຊາເວຊ: ປະທານາທິບໍດີີ BARACK OBAMA ໄດ້ຈັບມື ກັບປະທານາທິບໍດີ ເວເນຊູເອລາ ທ່ານ HUGO CHAVEZ ໃນຕອນເປີດ ກອງປະຊຸມ ສຸດຍອດ ຄັ້ງທີ 5 ຂອງບັນດາ ປະເທດ ໃນທະວີບ ອະເມຣິກາ ທີ່ TRINIDAD ແລະ TOBAGO ໃນມື້ວານນີ້. ຮູບພາບ ທີ່ນຳອອກ ເຜີຍແຜ່ ໂດຍຣັຖບານ ເວເນຊູເອລາ ໃນມື້ວານນີ້ ສະແດງ ໃຫ້ເຫັນວ່າ ປະທານາທິບໍດີ CHAVEZ ທີ່ໄດ້ຕຳໜິ ຕິຕຽນ ສະຫະຣັດ ຢ່າງແຂງຂັນນັ້ນ ຫົວຍິ້ມ ແລະກໍຕົບມື ໃຫ້ແກ່ ປະທານາທິບໍດີ ຄົນໃໝ່ ຂອງສະຫະຣັດ ໃນຕອນເປີດ ກອງປະຊຸມ ສຸດຍອດ. ສະຫະຣັດ ໄດ້ມີຄວາມສັມພັນ ທີ່ມັກເປັນ ບັນຫາໂຕ້ຖຽງ ກັບເວເນຊູເອລາ ແລະຄວາມສັມພັນ ໄດ້ຕົກສູ່ ຣະດັບຕ່ຳສຸດ ໃນເດືອນກັນຍາ ປີກາຍ ເວລາ ປະທານາທິບໍດີ CHAVEZ ໄດ້ຂັບໄລ່ ເອກອັຄຣັຖທູດ ສະຫະຣັດ ແລະສະຫະຣັດ ກໍໄດ້ຂັບໄລ່ ທູດຂອງ ເວເນຊູເອລາ ເພື່ອເປັນການ ຕອບໂຕ້. ທ່ານ CHAVEZ ໄດ້ຕຳໜິ ຕິຕຽນ ຢ່າງຮຸນແຮງ ຕໍ່ປະທານາທິບໍດີ ຄົນກ່ອນ ຂອງສະຫະຣັດ ຄືທ່ານ GEORGE W BUSH ແລະບາງຄັ້ງ ບາງຄາວ ໄດ້ກ່າວເຖິງ ອະດີດ ປະທານາທິບໍດີ ສະຫະຣັດວ່າ ເປັນຜີມານ.

ຟີລິບປິນ - ໂຕປະກັນ: ທ່ານ ANDREAS NOTTER ພະນັກງານ ສະພາກາແດງ ກ່າວວ່າ ລາວຮູ້ສຶກ ດີໃຈ ທີ່ຍັງມີ ຊີວິດຢູ່ ແລະປອດພັຍ ຫລັງຈາກ ກຳລັງ ຮັກສາ ຄວາມສະງົບ ຂອງຟີລິບປິນ ໄດ້ບຸກເຂົ້າໄປ ຊ່ອຍລາວ ອອກມາ ຈາກພວກ ລັກພາໂຕ ທີ່ເປັນ ເຄືອຂ່າຍ ຂອງກຸ່ມ ກໍ່ການຮ້າຍ ອາລໄກດາ ໃນຟີລິບປິນ ບ່ອນທີ່ລາວ ໄດ້ຖືກຈັບ ເປັນໂຕປະກັນ ເປັນເວລາ 3 ເດືອນ. ພະນັກງານ ສະພາກາແດງ ສັນຊາດສວິສ ກ່າວວ່າ ລາວຍັງ ບໍ່ແນ່ໃຈ ເທື່ອວ່າ ລາວໄດ້ຖືກປ່ອຍ ໃຫ້ເປັນອິສຣະ ແບບໃດ ໂດຍເວົ້າວ່າ ມັນເກີດຂຶ້ນ ຢ່າງໄວວາ. ຣັຖມຸນຕຣີ ກະຊວງພາຍໃນ ຟີລິບປິນ ທ່ານ RONALDO PUNO ກ່າວວ່າ ກຳລັງ ຮັກສາ ຄວາມປອດພັຍ ແນມເຫັນ ພວກຫົວຮຸນແຮງ ທີ່ພະຍາຍາມ ຈະຫລົບໜີ ຜ່ານວົງລ້ອມ ຂອງພວກທະຫານ ແລະຕຳຣວດ ທີ່ອ້ອມຄ້າຍ ຂອງພວກເຂົາໄວ້ ໃກ້ໆເມືອງ INDANAN. ທ່ານ PUNO ເວົ້າວ່າ ກຳລັງ ຮັກສາ ຄວາມປອດພັຍ ໄດ້ຕາມລ່າ ພວກຫົວຮຸນແຮງ ທີ່ໄດ້ປະທ່ານ NOTTER ໄວ້ແລ້ວ ກໍໜີໄປ ເວລາພວກເຂົາ ບໍ່ສາມາດ ດຶງລາກເອົາ ລາວໄປ ໄດ້ນຳຕື່ມອີກ.

ເກົາຫລີເໜືອ - ເກົາຫລີໃຕ້: ເຈົ້າໜ້າທີ່ ເກົາຫລີໃຕ້ ກ່າວວ່າ ເກົາຫລີເໜືອ ໄດ້ສເນີ ໃຫ້ເປີດ ກອງປະຊຸມ ກ່ຽວກັບ ໂຄງການ ອຸສາຫະກັມຮ່ວມ ນຶ່ງປີກວ່າໆ ຫລັງຈາກ ພຽງຢາງ ໄດ້ຕັດຂາດ ການຕິດຕໍ່ ເວລາ ຣັຖບານ ນິຍົມ ແນວທາງເດີມ ເຂົ້າກຳອຳນາດ ໃນເກົາຫລີໃຕ້. ທ່ານ KIM HO-NYOUN ໂຄສົກ ກະຊວງ ທ້ອນໂຮມຊາດ ເກົາຫລີໃຕ້ ກ່າວວ່າ ເກົາຫລີເໜືອ ໄດ້ສເນີ ໃຫ້ເປີດ ກອງປະຊຸມ ທີ່ເຂດ ອຸສາຫະກັມຮ່ວມ KAESONG ແຕ່ບໍ່ໄດ້ ແຈ້ງໃຫ້ຊາບວ່າ ຈະປະຊຸມ ກ່ຽວກັບ ເຣື່ອງຫຍັງ. ອົງການຂ່າວ ຢອນຮັບ ຂອງເກົາຫລີໃຕ້ ລາຍງານວ່າ ເກົາຫລີໃຕ້ ຈະໄປຮ່ວມ ການປະຊຸມ ທີ່ໄດ້ສເນີ ຈະຈັດຂຶ້ນ ໃນວັນອັງຄານນີ້. ເກົາຫລີໃຕ້ ໄດ້ເລື່ອນເວລາ ໃນແຜນການ ທີ່ຈະເຂົ້າຮ່ວມ ຂໍ້ລິເລີ້ມ ວ່າດ້ວຍ ຄວາມໝັ້ນຄົງ ໃນການ ແຜ່ຜາຍ ອາວຸດຫຼື PSI ພາຍໃຕ້ ການນຳພາ ຂອງສະຫະຣັດ ທີ່ແນໃສ່ ເພື່ອຍຸຕິ ການແຜ່ຜາຍ ອາວຸດ ທີ່ມີ ອະນຸພາບ ຮ້າຍແຮງ. ເກົາຫລີໃຕ້ ເວົ້າວ່າ ຕົນຈະ ປະກາດ ໃຫ້ຊາບ ກ່ຽວກັບການ ເຂົ້າຮ່ວມ ຢ່າງເຕັມທີ່ ໃນວັນອາທິດ ມື້ອື່ນ ຊຶ່ງເປັນການ ເຄື່ອນໄຫວ ທີ່ໄດ້ວາງແຜນໄວ້ ຫລັງຈາກ ການຍິງຈະຣວດ ທີ່ເປັນບັນຫາ ໂຕ້ແຍ້ງ ຂອງເກົາຫລີເໜືອ ໃນວັນທີ 5 ເດືອນນີ້.

ເກົາຫລີເໜືອ - ນັກຂ່າວອະເມຣິກັນ: ອົງການ ນັກຂ່າວບໍ່ມີພົມແດນ ຊຶ່ງເປັນ ກຸ່ມຈັດຕັ້ງ ອິສຣະພາບ ທາງດ້ານການ ຂ່າວ ໄດ້ຮຽກຮ້ອງ ໃຫ້ເກົາຫລີເໜືອ ປ່ອຍພວກນັກຂ່າວ ອະເມຣິກັນ 2 ຄົນ ຂະນະທີ່ ກະຊວງ ການຕ່າງປະເທດ ກ່າວວ່າ ກຳລັງ ມີການດຳເນີນ ຄວາມພະຍາຍາມ ໃນດ້ານການທູດ ເພື່ອປ່ອຍ ແມ່ຍິງທັງ 2. ທ່ານ ROBERT WOOD ໂຄສົກ ກະຊວງ ການຕ່າງປະເທດ ສະຫະຣັດ ກ່າວວ່າ ເຈົ້າໜ້າທີ່ ສວິສ ໄດ້ໄປຢ້ຽມ ນັກຂ່າວ ອະເມຣິກັນທັງ 2 ແລະກຳລັງ ຊອກຫາ ຊ່ອງທາງ ເພື່ອຢາກໄປຢ້ຽມ ພວກເຂົາເຈົ້າ ອີກເທື່ອນຶ່ງ. ເກົາຫລີເໜືອ ແລະ ສະຫະຣັດ ບໍ່ມີ ຄວາມສັມພັນ ທາງດ້ານ ການທູດ ຣະຫວ່າງກັນ. ພວກນັກຂ່າວ ທັງສອງ ຄືນາງ LAURA LING ແລະນາງ EUNA LEE ໄດ້ຖືກ ຈັບໂຕໄປ ໂດຍກຳລັງ ຮັກສາ ຄວາມສະງົບ ຂອງເກົາຫລີເໜືອ ເມື່ອນຶ່ງ ເດືອນກ່ອນ ໃນບໍຣິເວນ ຊາຍແດນຈີນ ທີ່ຕິດ ກັບເກົາຫລີເໜືອ. ນັກຂ່າວທັງສອງ ໄດ້ຖືກກ່າວຫາວ່າ ເຂົ້າໄປ ໃນເກົາຫລີເໜືອ ແບບຜິດກົດໝາຍ ແລະພຽງຢາງ ໄດ້ຂູ່ວ່າ ຈະນຳໂຕ ພວກເຂົາເຈົ້າ ຂຶ້ນສານ ໃນອັນທີ່ ເກົາຫລີເໜືອ ເອີ້ນວ່າ ພຶດຕິກັມ ທີ່ສົງສັຍວ່າ ເປັນປໍຣະປັກ ຕໍ່ເກົາຫລີເໜືອ.

ໄທ - ການເມືອງ: ທີ່ປະເທດໄທ ຕຳຣວດ ກ່າວວ່າ ຕົນກຳລັງ ສືບສວນເບິ່ງວ່າ ມັນເປັນຈຸດປະສົງ ທາງດ້ານ ການເມືອງ ຫລືດ້ານສ່ວນໂຕ ໃນການໂຈມຕີ ທ່ານສົນທິ ລີ້ມທອງກຸນ ນັກເຄື່ອນໄຫວ ທາງດ້ານການເມືອງ ໃນມື້ວານນີ້. ທ່ານຈົງຣັກ ຈຸຕະນົນ ຮອງ ຜູ້ບັນຊາການ ຕຳຣວດແຫ່ງຊາດ ຂອງໄທ ກ່າວວ່າ ທ່ານເຊື່ອວ່າ ມີທັງໝົດ 5 ຄົນ ພົວພັນ ໃນການໂຈມຕີ ທີ່ເຮັດໃຫ້ ທ່ານສົນທິ ຄົນຂັບຣົດ ແລະຜູ້ຊ່ອຍ ຂອງທ່ານ ໄດ້ຮັບບາດເຈັບ. ມືປືນ ທີ່ມີປືນ ອາກ້າ 47 ແລະປືນ ແອັມ 16 ເປັນອາວຸດ ໄດ້ຣະດົມຍິງ ເຂົ້າໃສ່ຣົດ ຂອງທ່ານສົນທິ ໃກ້ປ້ຳນ້ຳມັນ ແຫ່ງນຶ່ງ ທີ່ບາງກອກ ໃນມື້ວານນີ້. ພວກທ່ານໝໍ ທີ່ໂຮງພະຍາບານ ຈຸລາລົງກອນ ກ່າວວ່າ ອາການ ຂອງທ່ານສົນທິ ເລີ້ມດີຂຶ້ນ ຫລັງຈາກ ໄດ້ມີການ ຜ່າຕັດ ເອົາສະເກັດ ລູກປືນ ອອກຈາກຫົວ ຂອງທ່ານ ແຕ່ຄົນຂັບຣົດ ຂອງທ່ານ ຍັງມີອາການ ສາຫັດ. ທ່ານສົນທິ ເປັນຜູ້ກໍ່ຕັ້ງ ໃນອັນທີ່ ເອີ້ນວ່າ ຂະບວນການ ປະທ້ວງ ທີ່ໃສ່ເສື້ອເຫຼືອງ ໃນໄທ ແລະກຸ່ມ ພັນທະມິດ ປະຊາຊົນ ເພື່ອປະຊາທິປະໄຕ. ພວກເຂົາເຈົ້າ ໄດ້ພົວພັນໃນການປະທ້ວງທ້າຍປີກາຍນີ້ທີ່ຊ່ອຍໃຫ້ຜູ້ນຳຂອງໄທໃນປັດຈຸບັນໄດ້ ເຂົ້າກຳອຳນາດ.

ເຮົາຍັງມີຂ່າວອື່ນໆອີກ ເຊີນຟັງລາຍລະອຽດໄດ້ ໂດຍຄລິກບ່ອນສຽງ.


XS
SM
MD
LG