ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການມີຊີວິດຍືນເຖິງ100 ປີ ຫລື ຫລາຍກວ່າ


ການມີຊີວິດຍືນເຖິງ 100 ປີ ຫລື ຫລາຍກວ່ານັ້ນ ບໍ່ແມ່ນເລື້ອງ ທີ່ຫາຍາກອີກຕໍ່ໄປແລ້ວ.

ນັກຄົ້ນຄວ້າດ້ານຄວາ​ມມີ​ອາຍຸ​ ຍືນພະຍາຍາມ​ຊອກ​ຫາ​ຄຳ​ຕອບ​ຕໍ່​ຄຳ​ຖາມ ທີ່ມັກຖາມໂດຍທົ່ວໄປ ​ເຊັ່ນ: ​ມີໃຜແດ່ ທີ່ສາມາດດຳ​ລົງ​ຊີວິດຢູ່ໄດ້​ຮອດ 100 ປີ? ແລະ ພວກທີ່ມີອາຍຸ 100 ປີ ແມ່ນ ​ມີຫຍັງແຕກ​ຕ່າງ​ກັບ​ຄົນ​ເຮົາສ່ວນ ຫລາຍ​ ​ແລະ ການມີ​ຊີວິດຍືນ​ຍາວ​ນັ້ນ​ຄຸ້ມ​ຄ່າ​ຢູ່ບໍ່?

ທ່ານ ​ໂທ​ມັດສ ເພລສ (Thomas Perls) ເຊິ່ງ​ເປັນ​ທ່ານໝໍ ​ແລະ ນັກຄົ້ນ ຄ້ວາເວົ້າວ່າ ຄົນຫນຸ່ມ ບໍ່​ເຂົ້າ​ໃຈ​ວ່າການ​ມີ​ຊີວິດຍືນເຖິງ 100 ປີ ​ນັ້ນເປັນ​ຢ່າງ​ໃດກັນແທ້. ທ່ານເວົ້າດັ່ງນີ້

ທ່ານ ​ເພີວສ (Perls) ​ເຊິ່ງເປັນ​ຜູ້ສ້າງ​ຕັ້ງ ​ແລະ ເປັນຜູ້ອໍານວຍ ການ​ໂຄງການ​ການ​ສຶກສາ​ ພວກອາຍຸຍືນ 100 ປີ ​ແຫ່ງ​ເຂດນິວອິງ​ແລນ ຫລື ເຂດພາກ ຕາເວັນອອກສຽງເໜືອຂອງ ສະຫະຣັດ ທີ່ມະຫາວິທະຍາ​ໄລ ​ບັອສ​ເທິ​ນ ​ເວົ້າວ່າຕັ້ງ​ແຕ່​ປີ 1992 ເປັນ ຕົ້ນມາ, ການ​ສຶກສາຄົ້ນຄວ້າ ​ໄດ້ວິ​ເຄາະສຸຂພາບຈິດໃຈ ຮ່າງ ກາຍ ​ແລະ ອາລົມ ຂອງ​ບັນດາພວກ ອາຍຸເກີນ100 ປີ ທົ່ວ​ທະວີບອາ​ເມ​ຣິກາ​ເໜືອຈຳນວນຫລາຍ ໆ ​ຮ້ອຍ​ຄົນ ໂດຍ​ໄດ້ເກັບກຳເອົາ​ຜູ້ເຂົ້າຮ່ວມການຄົ້ນຄວ້າທີ່ມີ ອາຍຸ ລະຫວ່າງ 100​ ເຖິງ 119 ປີ ໄດ້ປະ ມານ 2,000 ຄົນ. ບຸກຄົນ​ທີ່​ມີ​ອາຍຸ​ສູງ​ກວ່າໝູ່ທີ່​ສຸດ ທີ່ເຂົ້າຮ່ວມ​ໃນ​ການ ສຶກສາຄົ້ນຄວ້າຂອງ​ພວກ​ເຮົາຄັ້ງ​ນີ້ ​ແມ່ນເປັນ​ບຸກຄົນ​ທີ່ມີອາຍຸ ຍືນອັນດັບທີສອງ ຂອງ​ໂລກເຊິ່ງເປັນຜູ້ຍິງທີ່ມີຊື່ວ່າແມ່ Sara Canals ທີ່ອາ​ໃສ​ຢູ່​ຣັດ Pennsylvania ແລະ ມີ​ອາຍຸ​ຫລາຍເຖິງ 119 ປີ.

​ໃນປະຈຸບັນນີ້ ມີຊາວ​ອາເມຣິກັນ ທີ່ມີອາຍຸເກີນ 100 ປີຢູ່​ປະມານ 40,000 ຄົນ. ​ ທັງນີ້ ສ່ວນນຶ່ງກໍ​ເປັນ ຍ້ອນວ່າ ຄວາມ​ກ້າວໜ້າ​ໃນ​ດ້ານ​ການ​ແພດ ​ແລະ ສາທາລະນະສຸກຂອງສັດ ຕະວັດ​ທີ່ 20 ​ເຊັ່ນ ການ​ມີ​ນ້ຳດື່ມ​ທີ່​ສະອາດຢ່າງທົ່ວ​ເຖິງ​ກັນ, ມີ​ໂຄງການສັກ​ຢາປ້ອງ​ກັນ​ພະຍາດທົ່ວ​ປະ​ເທດ, ມີ​ຄວາມສໍາເລັດ ຜົນໃນການ​ຫລຸດການ​ເສັຽຊີວິດ ຂອງ​ແມ່ ​ແລະ ເດັກນ້ອຍ ​ແລະ ການຄົ້ນພົບວິທີ​ການ​ປິ່ນປົວ​ໂຣກ​ພະຍາດ​ຫລາຍ​ຢ່າງ ​.


​ແຕ່ຢ່າງ​ໃດ​ກໍ​ຕາມ ຕາມ​ທີ່​ ທ່ານ ​ Thomas Perls ​ໄດ້​ກ່າວ​ໃນ​ປື້ມຂອງ​ທ່ານ ຊື່ ການ​ມີ​ຊີວິດຍືນ​ຮອດ 100 ປີ ວ່າ ຄວາມ​ລຶກລັບ​ທີ່​ໄດ້​ຊ່ວຍໃຫ້​ພວກ ເຫລົ່ານີ້ມີ​ອາຍຸ​ຍືນ​ກວ່າບຸ​ກຄົນ​ອື່ນທີ່ຢູ່ໃນລຸ້ນລາວຄາວດຽວ ກັນກັບ​ເຂົາເຈົ້ານັ້ນ. ສ່ວນນຶ່ງແມ່ນການສືບສາຍພັນ ຂອງຄອບຄົວ. ທ່ານກ່າວວ່າ:

ທ່ານ​ນາງ ລິນ ​ແອັດ​ເລີ (Lynn Adler) ​ໄດ້​ເຮັດ​ວຽກຢ່າງໃກ້​ຊິດກັບພວກມີອາຍຸຍືນນີ້ ມາ​ເປັນ​ຊາວກວ່າ​ປີ​ແລ້ວ ແລະ ​ໃນ​ປີ 1985, ທ່ານນາງ​ໄດ້​ຕັ້ງ​ໂຄງການ ​ຄວາມ​ຮູ້ກ່ຽວກັບຜູ້ທີ່ມີ ອາຍຸເກີນຮ້ອຍ ແຫ່ງຊາດ ຊຶ່ງ​ເປັນ​ກຸ່ມ​ເອກກະຊົນທີ່​ບໍ່ເອົາຜົນ ກຳໄລ ທີ່​ໃຫ້​ຄວາ​ມສນັບ​ສນູນ​ແກ່ບຸກຄົນ​ທີ່​ສາມາດ​ມີອາຍຸຍືນ​ໄດ້ເຖິງ100 ປີ. ​ໃນ​ປື້ມຂອງ​ທ່ານນາງ ທີ່ຊື່ວ່າ ຊາວ​ເຊັນ​ເທ​ນາຣຽນນັ້ນ ແມ່ນໄດ້ຊີ້ບົ່ງບອກ ເຖິງ​ຄວາມ​ຟັກໄຝ່ຕໍ່ການມີ​ຊີວິດ​ຍືນຍາວ​ຂອງ ພວກຄົນຈຳພວກນີ້ ແລະ ປຶ້ມຂອງນາງ ​ໄດ້​ສະ ຫລຸບລວບ​ລວມເອົາ​ລັກສະນະ​ພິ​ເສດ​ຂອງພວກ​ມີອາຍຸ ຍືນ​ເກີນ 100 ປີມາກ່າວໃຫ້ເຫັນ​.

ທ່ານນາງ ​ແອດເລີ (Adler) ເຊິ່ງເປັນຜູ້​ຜະຫລິດຮູບເງົາສາ ລະ​ຄະດີ ທີ່​ມີຊື່ວ່າ Centenarians Tell It Like It Is ຫລື “ຊາວ​ເຊັນ​ເທ​ນາຣຽນ ໄດ້ບອກ​ສິ່ງ​ທີ່​ເປັນໄປ​ຕາມທີ່ມັນໄດ້ເປັນໄປ” ແລະ ເລື້ອງລາວນີ້ ໄດ້ປຸກໃຈໃຫ້ທ່ານລາວໄຝ່ຢາກມີອາຍຸເກີນ 100 ປີເຊັ່ນກັນ​. ໂດຍທີ່ນາງເວົ້າວ່າ:

ຄົນອາຍຸສູງ ​ທີ່​ເປັນ​ແບບຢ່າງທີ່ດີອີກ​ຄົນ​ນຶ່ງກໍຄື ທ່ານ​ນາງ ​ແອວ​ສາ ຮັອຟ​ແມນ (Elsa Hoffman) ທີ່​ມີ​ອາຍຸ 101 ປີ ທີ່​ອາ​ໃສ​ຢູ່​ຣັດ ຟລໍຣີ​ດ້າ. ທ່ານ​ນາງ ຮັອຟ​ແມນ ມີ​ລູກ 4 ຄົນ, ມີ​ຫລານ 9 ຄົນ, ​ແລະ ມີເຫລນ 13 ຄົນ. ລາວເວົ້າ​ວ່າ ການ​ທີ່ມີ​ຊີວິດຢູ່​ຮອດ 100 ປີນັ້ນ ​ເປັນປະສົບ​ການທີ່​ໜ້າຕື່ນ​ເຕັ້ນ.

ແມ່ຕູ້ ຮັອຟ​ແມນ ​ເຮັດໃຫ້ຕົນມີ​ອາຍຸ​ຍືນ​ໄດ້ ກໍຍ້ອນແບບແຜນ ການ​ດຳລົງຊີວິດ​ຂອງລາວ. ເຊັ່ນ​ບໍ່​ສູ​ບຢາ, ດຸໝັ່ນ ແລະ ມັກເຮັດ​ນັ້ນ​ເຮັດ​ນີ້ ບໍ່ຢູ່​ບໍ່​ເຊົາ ​ແລະ ລາວກໍ​ມັກຕິດຕາມເບິ່ງ​ນ້ຳໜັກ ຂອງຕົນອີກ​ດ້ວຍ. ​ແລະ ສິ່ງ​ທີ່​ສຳຄັນກວ່າ ໝູ່ໝົດກໍຄື ລາວ​ຄິດ ກ່ຽວກັບເລື້ອງຕ່າງໆໃນ​ແຕ່ແງ່​ທີ່​ດີຢູ່ສະເໝີ ​ຫລື ຄິດ ວ່າ ​ຈອກແກ້ວມີນ້ຳເຕັມຢູ່​ເຄິ່ງ​ຈອກ ຫລື ເກືອບ​ເຕັມ​ແທນ​ທີ່​ຈະ​ເບິ່ງ​ວ່າ​ມັນ​ບົກ​ລົງ​ໄປ​ເຄິ່ງນຶ່ງແລ້ວນັ້ນ.

ຕາມ​ທີ່​ນັກຄົ້ນຄວ້າທ່ານ​ Thomas Perls ​ໄດ້ເວົ້າເວົ້າ ການ​ມີທະສະ​ນະ​ຄະຕິ​ໃນ​ທາງ​ທີ່​ດີຕໍ່ຊີວິດ ​ແລະ ຕໍ່ຕົວ​ເອງ​ເປັນ​ ສ່ວນໜຶ່ງທີ່​ຊ່ວຍ​ໃຫ້​ ຄົນເຮົາມີມີ​ອາຍຸ​ຍືນເກີນຮ້ອຍ ແລະ ບົດຮຽນທີ່​ສຳຄັນ​ທີ່​ຊາວໜຸ່ມ ສາມາດ​ຮຽນຈາກຜູ້ອາວຸ​ໂສ​ທີ່​ດີ​ເດັ່ນພວກ​ນີ້ ​ແມ່ນການ​ເລືອກແບບແຜນດໍາ​ລົງຊີວິດທີ່​ພາ​ໃຫ້ມີ​ສຸຂພາບ​ສົມບູນ​ດີ ຕັ້ງ ແຕ່ຕອນເລີ້ມ​ຕົ້ນ​ຊີວິດ​ນັ້ນ ​ເປັນ​ຈຸດ​ສຳຄັນ​ໃນ​ການເຮັດໃຫ້ມີ​ສຸຂພາບ​ດີ ​ແລະ ດຳ​ລົງຊີວິດຢູ່ໄດ້ ຢ່າງຍືນ​ຍາວ ແລະ ມີຊິວິດ ຍືນໂດຍມີສຸຂພາບດີ ແລະ ແຂງແຮງ.

ຟັງສຽງ ແລະ ອ່ານເປັນພາສາລາວໄດ້ ໂດຍການກົດປຸ່ມຢູ່ຂວາມືຂ້າງເທິງ
XS
SM
MD
LG