ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​ເລບານອນ ເພີ້ມ ການຮັກສາ​ ຄວາມ​ປອດ​ໄພ​ ກ່ອນພິທີ ສົ່ງສະການ ຜູ້ບັນຊາການ ຕຳຫຼວດລັບ (ສະໄລດ໌)


ພວກປະທ້ວງຊາວເລບານອນປີນຂຶ້ນເທິງອະນຸສາວະລີ ທີ່ຈະຕຸລັດ
Martyrs
ພວກປະທ້ວງຊາວເລບານອນປີນຂຶ້ນເທິງອະນຸສາວະລີ ທີ່ຈະຕຸລັດ Martyrs
​ເລ​ບາ​ນອນ ​ໄດ້​ເສີມ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ ໃຫ້​ແໜ້ນໜາ​ຂຶ້ນຕື່ມ​ໃນ ​ເຂດ​ໃຈກາງນະຄອນຫຼວງ​ Beirut ລ່ວງ​ໜ້າ​ພິທີ​ສົ່ງສະ ການ​ຢ່າງ​ເປັນ​ທາງ​ການ ​ໃຫ້​ແກ່​ຫົວໜ້າ​ໜ່ວຍ​ສືບ​ລັບ ທີ່​ໄດ້​ຖືກ​ສັງຫານ​ໃນ​ເຫດ​ລະ​ເບີດລົດ​ຂະໜາດແຮງນັ້ນ.

ທ່ານ Saad Hariri ອະດີດ​ນາຍົກລັດຖະມົນຕີ​ເລ​ບາ​ນອນ ​ໄດ້​ຮຽກຮ້ອງ ​ໃຫ້​ຊາວ​ເລບາ​ນອນ​ທຸກ​ຖ້ວນ​ໜ້າ ຈົ່ງ​ພາກັນ​ອອກ​ມາ​ຮ່ວມ​ພິທີ​ສົ່ງສະການ ​ໃຫ້​ແກ່ມື້ລາງທ່ານ Wissam al-Hassan ຫົວໜ້າ​ສືບ​ລັບ​ຕໍາຫຼວດ ທີ່​ໄດ້ ຖືກ​ສັງຫານ​ພ້ອມ​ດ້ວຍ​ອີກ​ເຈັດ​ຄົນໃນ​ເຫດ ລະ​ເບີດ​ລົດຂະໜາດ​ແຮງ​ ເມື່ອ​ວັນ​ສຸກ​ຜ່ານມາ​ນີ້.

​ເວລາ​ນີ້ລະດັບຄວາມ​ເຄັ່ງ​ຕຶງ​ແມ່ນ​ສູງຫຼາຍຢູ່​ໃນ​ເລ​ບາ​ນອນ ລຸນຫຼັງທີ່​ໄດ້​ມີ ການ​ໂຈມ​ຕີ​ດ້ວຍ​ລະ​ເບີດດັ່ງກ່າວ.

ທ່ານ Hariri ​ແລະ​ຜູ້​ນໍາ​ຝ່າຍ​ຄ້ານຂອງ​ເລ​ບາ​ນອນ ທ່ານ Walid Jumblatt ຕ່າງ​ກໍ​ໄດ້​ກ່າວ​ຫາປະທານາທິບໍດີຊີ​ເຣຍ ທ່ານ Bashar al-Assad ວ່າ ຢູ່ເບື້ອງຫຼັງ​ເຫດ​ລະ​ເບີດ​ດັ່ງກ່າວ.

ລັດຖະບານ​ຂອງ​ນາຍົກລັດຖະມົນຕີ Najib Mikati ​ແມ່ນ​ໄດ້​ຮັບ​ການ​ສະ ໜັບສະໜຸນໂດຍ​ກຸ່ມຫົວ​ຮຸນ​ແຮງ Hezbollah ທີ່​ນິຍົມ​ລັດຖະບານຊີ​ເຣຍ.

XS
SM
MD
LG