ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະພັນ​ກໍາມະບານ​ລາວ​ຂໍ​ໃຫ້ ​ຂຶ້ນອັດຕາ​ຄ່າ​ຈ້າງ​ຂັ້ນຕໍ່າ​ໃຫ້ແກ່ ກໍາມະກອນໃນທົ່ວປະເທດ


ງານຕະຫລາດນັດການຈ້າງຄົນງານ ທີ່ຈັດຂຶ້ນໃນນະຄອນ
ຫລວງວຽຈັນ
ງານຕະຫລາດນັດການຈ້າງຄົນງານ ທີ່ຈັດຂຶ້ນໃນນະຄອນ ຫລວງວຽຈັນ

ສະຫະພັນ​ກໍາມະບານ​ລາວ​ຮ້ອງຂໍ​ໃຫ້ພິຈາລະນາ ປັບ​ຂຶ້ນອັດຕາ​ຄ່າ​ຈ້າງ​ຂັ້ນຕໍ່າ​ໃນ​
ທົ່ວ​ປະ​ເທດ ​ເພາະ​ຄ່າ​ຄອງ​ຊີບ​ທີ່​ສູງ​ຂຶ້ນ ​ເຮັດ​ໃຫ້​ແຮງ​ງານໃນລາວບໍ່ສາມາດ​ຄອງຊີບ​
ຢູ່​ໄດ້ພຽງພໍ.

ທ່ານ​ວັນນະ​ລາດ ຫົງ​ສາທິລາດ ປະທານ​ສະຫະພັນ​ກໍາມະບານ​ລາວ ​ແຂວງ​ສະຫວັນ​
ນະ​ເຂດ ຖະ​ແຫລ​ງ ຢືນຢັນ​ວ່າ ສູນ​ກາງ​ສະຫະພັນ​ກໍາມະບານ​ ​ໄດ້​ສະ​ແດງ​ການ​ຮຽກຮ້ອງ​ຕໍ່ຄະນະ​ລັດຖະບານ​ລາວ ​ເມື່ອ​ບໍ່ນານ​ມານີ້ ​ເພື່ອ​ຂໍ​ໃຫ້​ພິຈາລະນາປັບ​ຂຶ້ນ​ເງິນ​ອັດຕາ​ຄ່າ​ຈ້າງຂັ້ນຕໍ່າຈາກ 9 ​ແສນ​ກີບ​ມາ​ເປັນອັດຕາ​ໃໝ່ ທີ່​ສອດຄ່ອງ​ກັບ​ພາວະ​ຄ່າ​ຄອງ​ຊີບ ທີ່
​ປັບ​ຕົວ​ສູງ​ຂຶ້ນ​ໃນ​ປັດຈະ​ບັນນີ້ ດັ່ງ​ທີ່​ທ່ານ​ໄດ້​ຢືນຢັນ​ວ່າ:

“​ເພື່ອ​ເຮັດ​ໃຫ້​ກໍາມະກອນ​ໄດ້​ເຄື່ອນ​ໄຫວ​ວຽກງານ​ປົກກະຕິແລ້ວ ​ກະ​ຍົກ​ລະດັບ​ຊີ
ວິດ​ການ​ເປັນ​ຢູ່​ຂອງ​ພວກ​ເຂົາ​ເຈົ້າຂຶ້ນ​ໃຫ້​ມັນ​ດີ ​ແລະ​ກໍ​ເພື່ອ​ເປັນ​ການ​ສ້າງ​ກໍາລັງ​ໃຈ
​ໃຫ້​ແກ່​ກໍາມະກອນ ທີ່​ທໍາ​ການ​ຜະລິດ ຢູ່​ຕາມ​ໂຮງ​ຈັກ ​ໂຮງງານ. ຂ້າພະ​ເຈົ້າຄິດ​ວ່າ
ອັນ​ນຶ່ງ ຢາກ​ໃຫ້​ມີ​ການ​ປັບປຸງ​ກ່ຽວກັບ​ບັນຫາ​ເລື່ອງ​ຄ່າ​ແຮງ​ງານຂັ້ນຕໍ່າ ເພາະວ່າ
​ປັດຈຸບັນ​ນີ້ ພວກ​ເຮົາ​ຍັງ​ໄດ້​ປະຕິບັດ​ກັນ​ຢູ່​ໃນ​ລະດັບ 9 ​ແສນ​ກີບ ​ແລ້ວ​ມາ​ທຽບ​ໃສ່
​ກັບ​ຄ່າ​ຄອງ​ຊີບ ​ໃນ​ປັດຈຸບັນນີ້ ກໍ​ເຫັນ​ວ່າ ຄ່າ​ຄອງ​ຊີບ​ມັນ​ກະ​ມີ​ການ​ເໜັງຕີງ. ສະນັ້ນ
ຈຶ່ງ​ວ່າ​ຢາກ​ນໍາ​ສະ​ເໜີ ​ໃຫ້​ທາງ​ພາກ​ລັດ​ກໍ​ຄື​ຂັ້ນ​ເທິງ ພິຈາລະນາ​ກ່ຽວກັບ​ການ​ປັບປຸງ
ຄ່າ​ແຮງ​ງານ​ຂັ້ນຕໍ່າຄືນ​ໃໝ່ ອາດ​ຈະ​ຍົກ​ລະດັບ​ຂຶ້ນ​ອີກ ​ໃນ​ລະດັບ​ນຶ່ງ ​ເພື່ອ​ໃຫ້​ມັນ​
ສອດຄ່ອງ​ກັບ​ສະພາບ​ເສດຖະກິດໃນ​ປັດຈຸບັນ.”

ແຕ່​ຢ່າງໃດ​ກໍ​ຕາມ ການ​ທີ່​ແຮງ​ງານ​ລາວ​ສ່ວນ​ໃຫຍ່ ​ເປັນ​ແຮງ​ງານ​ທີ່​ບໍ່ມີ​ສີມື ກໍ​ຖື​ເປັນ​ປັດ
​ໄຈ​ນຶ່ງ ທີ່​ເຮັດ​ໃຫ້​ໄດ້​ຮັບ​ຄ່າ​ຈ້າງ​ໃນ​ອັດຕາ​ຕໍ່າກວ່າ​ແຮງ​ງານ​ຈາກ​ຕ່າງປະ​ເທດ ທີ່​ມີ​ຝີ​ມື.
ທັ້ງນີ້ ກະຊວງແຮງງານ ແລະສະຫວັດດີການສັງຄົມໄດ້ເລີ່ມການຈັດຕັ້ງປະຕິບັດຄຳສັ່ງ
ນາຍົກລັດຖະມົນຕີເລກທີ 62/ນຍ ກ່ຽວກັບ ການຂຶ້ນທະບຽນແຮງງານຊາວຕ່າງຊາດໃນ
ລາວ ຊຶ່ງເປັນການ ຈັດຕັ້ງປະຕິບັດຮ່ວມກັບກະຊວງປ້ອງກັນຄວາມສະຫງົບ ໃນຊ່ວງ ເດືອນທັນວາ 2015 ເຖິງເດືອນ ກັນຍາ 2016 ໂດຍສາມາດຂຶ້ນທະບຽນແຮງງານ ຕ່າງຊາດໄດ້ທັງໝົດ 22,766 ຄົນ ໃນນີ້ແບ່ງ ເປັນແຮງງານ ຫວຽດນາມ 17,537 ຄົນ, ຈີນ 4,323 ຄົນ, ໄທ 612 ຄົນ ແລະ ອື່ນໆ 132 ຄົນ.

ແຕ່ຢ່າງໃດກໍຕາມ ການຂຶ້ນທະບຽນດັ່ງກ່າວກໍຍັງບໍ່ໄດ້ບັນລຸຕາມເປົ້າໝາຍ ເນື່ອງຈາກ ວ່າຍັງມີແຮງງານຊາວຕ່າງຊາດໃນ ລາວ ອີກຈຳນວນບໍ່ນ້ອຍ ທີ່ບໍ່ຍອມຂຶ້ນທະບຽນຕາມ ລະບຽບກົດ ໝາຍໃນ ລາວ ຊຶ່ງເຊື່ອວ່າມີຈຳນວນຫຼາຍກວ່າ 30,000 ຄົນທີ່ຍັງຄົງເດີນ ທາງໄປມາລະຫວ່າງ ລາວ ກັບປະເທດທີ່ເປັນພູມລຳເນົາຂອງແຮງງານເຫຼົ່ານີ້ ຊຶ່ງກໍໝາຍ ຄວາມວ່າແຮງງານ ຕ່າງຊາດດັ່ງກ່າວນີ້ຍັງຄົມລັກລອບທຳງານໂດຍຜິດກົດໝາຍຢູ່ໃນ ລາວ ຕໍ່ໄປນັ້ນເອງ.

ນອກຈາກນີ້ ການທີ່ ລາວ ຕ້ອງປະເຊີນໜ້າກັບບັນຫາຂາດແຄນແຮງງານມີຝີມື ແລະ ບໍ່ສາມາດຕອບສະໜອງແຮງງານມີຝີມືໃຫ້ກັບບັນດາບໍລິສັດຕ່າງຊາດທີ່ລົງທຶນໃນ ລາວ ໄດ້ຢ່າງພຽງພໍນັ້ນ ຍັງເຮັດໃຫ້ທາງການ ລາວ ຕ້ອງອະນຸຍາດໃຫ້ບັນດາບໍລິສັດຕ່າງຊາດ ຊ້າງແຮງງານມີຝີມືຈາກ ຕ່າງປະເທດໄດ້ຈຳນວນຫຼາຍໝື່ນຄົນ ແລະ ການທີ່ແຮງງານ
ລາວ ສ່ວນຫຼາຍກໍໄດ້ພາກັນເດີນ ທາງໄປທຳງານຢູ່ໃນ ໄທ ທີ່ມີຄ່າຈ້າງສູງກວ່າຢູ່ໃນ
ລາວ ນັ້ນ ຍັງເຮັດໃຫ້ເກີດບັນຫາຂາດແຄນ ແຮງງານຫຼາຍຂຶ້ນອີກດ້ວຍ.

ນັກຮຽນວິຊາຊີບຮັບໃບປະກາດຈົບການສຶກສາ ທີ່ໂຮງຮຽນວິຊາຊີບແຫ່ງນຶ່ງ ໃນນະຄອນຫລວງວຽງຈັນ
ນັກຮຽນວິຊາຊີບຮັບໃບປະກາດຈົບການສຶກສາ ທີ່ໂຮງຮຽນວິຊາຊີບແຫ່ງນຶ່ງ ໃນນະຄອນຫລວງວຽງຈັນ

ທັງນີ້ໂດຍຕາມແຜນການພັດທະນາດ້ານແຮງງານໃນຊ່ວງປີ 2016-2020 ນັ້ນ ລັດ
ຖະບານ ລາວ ໃຫ້ຄວາມສຳຄັນເປັນພິເສດໃນການພັດທະນາຫຼັກສູດເພື່ອສ້າງແຮງ ງານທີ່ມີຝີມືໃຫ້ໄດ້ ຫຼາຍກວ່າ 658,000 ຄົນ ສຳລັບຕອບສະໜອງໃຫ້ແກ່ບັນດາ ບໍລິສັດຕ່າງຊາດທີ່ລົງທຶນໃນ ລາວ ໃຫ້ໄດ້ຢ່າງພຽງພໍ ແລະ ສ້າງມາດຕະຖານຝີມື ແຮງງານໃໝ່ໃຫ້ໄດ້ໃນ 25 ສາຂາອາຊີບ, ດຳເນີນ ການທົດສອບ ແລະອອກໃບຢັ້ງຢືນ ມາດຕະຖານຝີມືແຮງງານ 27ສາຂາອາຊີບໃຫ້ກັບແຮງງານ ລາວ 12,500 ຄົນເພື່ອ ໃຫ້ສາມາດໄປທຳງານໄດ້ໃນທຸກປະເທດສະມາຊິກໃນກຸ່ມ ອາຊຽນ ດ້ວຍກັນ.

XS
SM
MD
LG