ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຊີນຊົມ ວີດີໂອ ການ​ຄົ້ນ​ພົບ ດາວ​ນົບພະ​ເຄາະ ທັງ 7 ນີ້ ສ້າງ​ຄວາມ​ກະຕືລື​ລົ້ນ ​ໃຫ້​ແກ່​ບັນດາ​ນັກ​ດາຣາສາດ


ພຽງ​ປະມານ 40 ປີ​ແສງ ຫ່າງ​ຈາກ​ນີ້ໄປ ຈະ​ມີດາວ​ນ້ອຍໆດວງນຶ່ງ ຂະໜາດ​ເທົ່າ​ກັບ​ດາວພະຫັດ ຫຼື Jupiter - ທີ່​ເອີ້ນ​ວ່າ Trappist – 1 ​ແລະ ​ໃນວັນ​ພຸດສັບປະດາແລ້ວນີ້ ພວກດາຣາສາດ​ນາໆ​ຊາດຄະນະນຶ່ງຈຶ່ງໄດ້​ປະກາດວ່າ ຕົນ​ໄດ້​ຄົ້ນ​ພົບ​ດາວນົບພະເຄາະແບບໂລກເຮົາ 7 ໜ່ວຍ ທີ່​ໂຄຈອນອ້ອມ​ຮອບ​ດາວ​ນ້ອຍໆ​ດວງ​ນີ້ຢູ່. ຂ່າວ​ຂອງ​ຄວາມສາມາດເປັນ​ໄປ​ໄດ້ ທີ່ວ່າ​ ອາດຈະ ມີສິ່ງທີ່ມີຊີວິດອາໄສຢູ່ດາວນົບພະເຄາະດັ່ງກ່າວ ອ້ອມດາວນ້ອຍໜ່ວຍນັ້ນ ໄດ້ພາ​ໃຫ້ປະຊາ​ຄົມນັກວິທະຍາ​ສາດຕື່ນ​ເຕັ້ນ​ເປັນ​ທີ່​ສຸດ ​ແລະເພີ່ມ​ພະລັງ​ໃຫ້​ພວກ​ເພິ່ນ ທຳການ​ຄົ້ນຫາ ດາວ​ດວງ​ອື່ນ​ອີກ​ຕື່ມ ​ທັງໄດ້ກະຕຸກຊຸກຍູ້ ໃຫ້ມີການຊອກຄົ້ນຫາສິ່ງ​ທີ່​ມີ​ຊີວິດຕື່ມ ນອກ​ເໜືອ​ໄປ​ຈາກ ຢູ່ໃນ​ໂລກມະນຸ​ດເຮົາດັ່ງນັກຂ່າວ VOA Kevin Enochs ມີລາຍງານ ​ຊຶ່ງພຸດທະສອນ ຈະນຳເອົາລາຍລະອຽດ​ມາສະ​ເໜີ​ທ່ານ ເປັນພາສາລາວ.

ຕອນຕ່າງໆຂອງເລື້ອງ

ເບິ່ງໝົດທຸກຕອນ
XS
SM
MD
LG