ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລມຕ ຕ່າງປະເທດ ສຫລ ອວຍພອນ ເນື່ອງໃນໂອກາດ ວັນຂຶ້ນປີໃໝ່ລາວ ປີ 2560


ທ່ານ Rex Tillerson ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ
ທ່ານ Rex Tillerson ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ

ໃນນາມຜູ້ຕາງຫນ້າ ໃຫ້ແກ່ລັດຖະບານສະຫະລັດອາເມຣິກາ ຂ້າພະເຈົ້າຂໍອວຍໄຊ
ໃຫ້ພອນອັນປະເສີດ ມາຍັງປະຊາຊົນ ສປປ ລາວ ເນື່ອງໃນໂອກາດການສະເຫລີມ
ສະຫຼອງ ວັນຂຶ້ນປີໃໝ່ລາວ ປີ 2560 ນີ້.

ໃນປີທີ່ຜ່ານມາ ສອງປະເທດຂອງພວກເຮົາ ໄດ້ປະກາດການຮ່ວມມືແບບກວມລວມ
ເຊິ່ງເປັນການເປີດສັງກາດໃໝ່ ໃນສາຍພົວພັນສະຫວ່າງ ສະຫະລັດ ກັບ ສປປ ລາວ
ແລະ ຍັງເປັນການລົງເລິກ ຄວາມສຳພັນທາງດ້ານການທູດ, ການຄ້າ ແລະ ສາຍພົວ
ພັນ ລະຫວ່າງປະຊາຊົນກັບປະຊາຊົນ. ພວກເຮົາຂໍສະເຫລີມສະຫລອງ ໄມຕີຈິດມິດ
ຕະພາບຂອງພວກເຮົາ ກັບປະຊາຊົນລາວ ແລະຫວັງຢ່າງຍິ່ງວ່າ ປະເທດຂອງພວກ
ເຮົາທັງສອງ ຈະໄດ້ມີໂອກາດ ເຮັດວຽກຮ່ວມກັນຕື່ມອີກ.

ຂໍອວຍໄຊໃຫ້ບັນດາທ່ານຈົ່ງມີແຕ່ຄວາມສຸກຄວາມຈະເລີນໃນວັນຂຶ້ນປີໃໝ່ນີ້.

On behalf of the Government of the United States of America, best wishes to the people of the Lao People’s Democratic Republic as they celebrate the Lao New Year.

This past year our two countries announced a Comprehensive Partnership, which opened a new era in the U.S.-Lao relationship and deepened our diplomatic, commercial and people-to-people ties. We celebrate our friendship with the Lao people and look forward to new opportunities for our two countries to work together.

Best wishes for a prosperous and joyful New Year.

XS
SM
MD
LG