ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ມີແຕ່ ກຳມາທິການ ອິດສະຫລະ ເທົ່ານັ້ນ ອາດຈະສ້າງບັນຫາ ໃຫ້ແກ່ ປ. ທຣຳ


Analyst: Only Independent Commission Could Be Trouble for Trump
please wait

No media source currently available

0:00 0:01:59 0:00

ປະທານາທິບໍດີສະຫະລັດ ທ່ານ Donald Trump ໄດ້ປະຕິເສດ ຕໍ່ຂໍ້ກ່າວຫາທີ່ອ້າງວ່າ ທ່ານແລະບັນດາທີ່ປຶກສາດ້ານການຫາສຽງ ມີຄວາມສໍາພັນອັນໃກ້ຊິດກັບຣັດເຊຍ. ໃນ ວັນພຸດທີ 15 ຜ່ານ​ມານີ້ ທ່ານໄດ້ກ່າວປົກປ້ອງ ທ່ານ Michael Flynn ທີ່ປຶກສາ ດ້ານ ຄວາມໝັ້ນຄົງແຫ່ງຊາດ ທີ່ໄດ້ລາອອກຈາກຕໍາແໜ່ງໄປແລ້ວນັ້ນໂດຍໄດ້ຕໍາໜິວ່າການ ພົວພັນຂອງທ່ານ Flynn ກັບເຈົ້າໜ້າທີ່ຣັດເຊຍ ທີ່ເປັນເລື່ອງຖົກຖຽງກັນຢູ່ນັ້ນ ວ່າເປັນ ການລັກ “​ເປີດ​ເຜີຍຂ່າວທີ່ຜິດກົດໝາຍ.” ນັກວິໄຈທ່ານນຶ່ງໄດ້ບອກກັບ Zlatical Hoke ນັກ​ຂ່າວ​VOA ວ່າ ການສືບສວນໂດຍອົງການທີ່ເປັນອິດສະຫຼະອາດຈະພາໃກ້ມີບັນຫາ ສໍາລັບຄະນະລັດຖະບານຂອງທ່ານ Trump ຊຶ່ງ​ບົວ​ສະຫວັນ​ ມີ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ​.

ໃນວັນພຸດຜ່ານ​ມານີ້ ທ່ານ Trumpໄດ້ຕໍາໜິພວກຂ່າວ ແລະປະຊາຄົມສືບລັບ ສໍາລັບ ການລາ​ອອກຂອງທ່ານ Flynn. ທ່ານ Donald Trump ໄດ້ກ່າວໃນຕອນນຶ່ງວ່າ.

“ຂ້າພະເຈົ້າຄິດວ່າ ມັນບໍ່ເປັນທໍາຫລາຍສໍາລັບສິ່ງທີ່ເກີດຂຶ້ນກັບທ່ານນາຍພົນ Flynn ສໍາລັບວິທີການທີ່ລາວໄດ້ຖືກປະຕິບັດຕໍ່ ແລະເອກະສານ ແລະເຈ້ຍສໍທີ່ມີ​ການຮົ່ວໄຫຼ ທີ່ຜິດກົດໝາຍນັ້ນ, ຂ້າພະເຈົ້າຂໍຢາໍ້ວ່າ ການຮົ່ວໄຫຼທີ່ຜິດກົດໝາຍນັ້ນ ແມ່ນບໍ່ຍຸຕິທໍາ ແທ້ໆ.”

ຄະນະລັດຖະບານຕ້ອງໄດ້ຮັບມືກັບບົດລາຍງານໃໝ່ຂອງການນໍາເອົາຂໍ້ມູນ ທີ່ມີເຈດ ຈໍານົງ ທີ່ຈະເປີດເຜີຍ ການພົວພັນຫລາຍຄັ້ງ ລະຫວ່າງເຈົ້າໜ້າທີ່ ຈັດການ​ໂຄສະນາ ຫາສຽງຂອງທ່ານ Trump ແລະລັດຖະບານວັງ​ເຄຣັມລິນ.

ໂຄສົກຂອງປະທານາທິບໍດີ ຣັດເຊຍ, ທ່ານ Dimitry Paskov ໄດ້ປະຕິເສດວ່າ ການ ໂອລົມກັນແບບນັ້ນ ບໍ່ໄດ້ເກີດຂຶ້ນເລີຍ.

ທ່ານ Dimitry Paskov ໂຄສົກຂອງປະທານາທິບໍດີ ຣັດເຊຍໄດ້ກ່າວ ເປັນພາສາຣັດ ເຊຍວ່າ:

“ລາຍງານເຫລົ່ານີ້ ​ເປັນ​ພຽງ​ລາຍ​ງານ​ໜັງສືພິມທີ່ບໍ່ໄດ້ອີງໃສ່ຄວາມເທັດຈິງອັນໃດ ຈະ ບໍ່ໄດ້ຊີ້ແຈງໄປຫາ ຂໍ້ເທັດຈິງທີ່ແທ້ຈິງເລີຍ.”

ທັງບັນດາຜູ້ສັງກັດພັກຣິພັບບລິກັນແລະພັກເດໂມແຄຣັດ ໄດ້ຕົກລົງທີ່ຈະຈັດໃຫ້ມີການ ສອບສວນຂອງລັດຖະສະພາ ຕໍ່ການພົວພັນຂອງຣັດເຊຍ ໃນການເລືອກຕັ້ງປະທານາ ທິບໍ່ດີຂອງສະຫະລັດ ແລະສືບສວນເນື້ອໃນຂອງດານພົບປະກັນ ລະຫວ່າງ ເຈົ້າໜ້າທີ່ ສະຫະລັດແລະຣັດເຊຍ. ແຕ່ນັກວິໄຈສະພາບການເມືອງ ທ່ານ Klaus Larres ເວົ້າວ່າ ບັນດາຜູ້ແທນສັງກັດພັກຣິພັບບລິກັນ ຈະເຮັດໃຫ້ແນ່ໃຈວ່າ ການສືບສວນບໍ່ເປັນໄພອັນ ຕະລາຍຕໍ່ປະທານາທິບໍດີ.

ທ່ານ Larres ກ່າວອີກວ່າ ຄະນະກໍາມະການ ທີ່ມີທັງສອງພັກ ແລະເປັນອິດສະຫຼະ ຈະ ມີອໍານາດຫລາຍກວ່າ ໃນການດໍເນີນການສອບສວນ ທີ່ລະອຽດ.

ທ່ານ Klaus Larres ຈາກສະຖາບັນການສຶກສາຄົ້ນຄວ້າຂັ້ນສູງ ຂອງມະຫາວິທະຍາ ໄລ Princeton ເວົ້າວ່າ:

“ຄະນະກໍາມາທິການທີ່ເປັນອິດສະຫຼະມີອໍານາດທີ່ແຕກຕ່າງຢ່າງສິ້ນເຊີງແລະແນ່ນອນ ຈະເປັນອັນຕະລາຍແກ່ປະທານາທິບໍດີ Trump. ແລະການສືບສວນໂດຍຄະນະກໍາມະ ການທີ່ເປັນອິດສະຫຼະ ແມ່ນສິ່ງທີ່ເຮັດໃຫ້ພວກເຮົາ ຄິດເຖິງ ປະທານາທິບໍດີ Richard Nixon ແລະຂ່າວທີ່ນອງ​ນັນ ໃນຄະດີ Watergate .”

ພ້ອມກັນນັ້ນ ໃນວັນພຸດວານນີ້ ເຈົ້າໜ້າທີ່ທຳນຽບຂາວ ໄດ້ກ່າວຫາວ່າ ມົສກູໄດ້ລະເມີດ ສົນທິສັນຍາວ່າດ້ວຍລູກສອນໄຟຊຶ່ງເປັນການທົດລອງຄວາມແຂັງແກ່ນຂອງປະທານາ ທິບໍດີ Trump ​ໂດຍຣັດເຊຍ. ທ່ານ Larres ເວົ້າວ່າ ການສະຫຼຸບແບບນັ້ນແມ່ນໄວເກີນ ໄປ. ທ່ານ Klaus Larres ເວົ້າວ່າ:

“ທ່ານ Trump ເວົ້າຖືກໃນຈຸດນຶ່ງທີ່ວ່າ: ພວກເຮົາຕ້ອງໄດ້ພົວພັນກັບຣັດເຊຍ ແລະປະ ທານາທິບໍດີ ພູຕິນ ແຕ່ວ່າ ມັນກໍຂຶ້ນກັບວິທີການທີ່ພວກເຮົາ ພົວພັນກັບທ່ານພູຕິນແລະ ຄວາມເສຍຫາຍທີ່ສະຫະລັດກຽມພ້ອມ ທີ່ເກີດມາຈາກການພົວພັນນັ້ນ.”

ພວກເຈົ້າໜ້າທີ່ ສະຫະລັດ ແລະຣັດເຊຍ ຈະພົບປະແບບເຊິ່ງໜ້າກັນໃນວັນພະຫັດວານ ນີ້ຢູ່ໃນເຢຍຣະມັນ ແລະ Azerbaijan ເປັນຄັ້ງທໍາອິດພາຍຫຼັງທີ່ປະທານາທິບໍດີ Trump ໄດ້ຂຶ້ນກໍາອໍານາດ.

U.S. President Donald Trump has dismissed allegations that his close associates and campaign advisers have had close ties with Russia. He defended his ousted national security adviser Michael Flynn Wednesday, blaming the controversy over Flynn's contacts with Russian officials on what he called "illegally leaked" information. One analyst tells VOA's Zlatica Hoke that an independent probe could spell trouble for the Trump administration.]]

((NARRATOR))
President Trump on Wednesday blamed the media and the intelligence community for Flynn's downfall.

((DONALD TRUMP, US PRESIDENT))
"I think it's very, very unfair what's happened to General Flynn, the way he was treated and the documents and the papers that were illegally - I stress that - illegally leaked. Very, very unfair."

((NARRATOR))
The administration also has to deal with new reports of wiretaps purportedly revealing multiple contacts between Trump's campaign officials and the Kremlin.

Russian presidential spokesman Dmitry Peskov denied that such talks took place.

(( DMITRY PESKOV, RUSSIAN PRESIDENTIAL SPOKESMAN (in Russian) ))
"These are just newspaper reports that are not based on any facts, do not point to actual facts."

((NARRATOR))
Republicans and Democrats have agreed to a congressional probe into Russia's involvement in the U.S. presidential election and the content of talks between U.S. and Russian officials. But Republican lawmakers will make sure the probe does not hurt the president, says political analyst Klaus Larres.

Larres says an independent bipartisan commission would have more power to conduct a thorough investigation.

((KLAUS LARRES, INSTITUTE FOR ADVANCED STUDY, PRINCETON))
"An independent commission has entirely different power and is, of course, much more dangerous to President Trump.And an independent commission is what reminds us of President (Richard) Nixon and of the Watergate scandal."

((NARRATOR))
Also Wednesday, a White House official accused Moscow of violating a missile treaty, which many see as Russia's testing of Trump's mettle. Larres says that such conclusions are premature.

((KLAUS LARRES, INSTITUTE FOR ADVANCED STUDY, PRINCETON))
"Trump is right in one point: that we need to engage with Russia and with President Putin, but it depends how we engage with Putin and what price the United States is ready to pay for that engagement."

((NARRATOR))
U.S. and Russian officials are meeting face to face Thursday ((in Germany and in Azerbaijan))for the first time since President Trump took office.

XS
SM
MD
LG