ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອະດີດ ທີ່ປຶກສາ ຂອງ ປະທານາທິບໍດີ ເກົາຫຼີ​ໃຕ້ ຖືກຈັບ


South Korea Scandal
please wait
Embed

No media source currently available

0:00 0:01:08 0:00

ໄອ​ຍະ​ການ​ຂອງເກົາຫຼີ​ໃຕ້ ​ໄດ້​ກັກ​ຂັງ ອະດີດ​ທີ່​ປຶກສາຂອງ​ປະທານາທິບໍດີ Park Geun- hye ​ຊຶ່ງ​ເປັນ​ສ່ວນ​ນຶ່ງ​ຂອງສືບສວນ ​ກ່ຽວ​ກັບ​ການ​ໃຊ້​ອິດ​ທິ​ພົນ​ນັ້ນ.

ທ່ານ Ahn Jong-beom ​ແມ່ນເປັນ​ເລຂາ​ຂອງ​ທ່ານ​ນາງ Park ​ໃນການ​ປະສານ​ງານ​ເລື້ອງ​ນະ​ໂຍບາຍ​ ກ່ອນ​ທີ່​ທ່ານ ​ແລະ​ສະມາຊິກ​ສະພາອີກຫຼາຍຄົນ ໄດ້​ຖືກ​ສັ່ງ​ໃຫ້​ລາ​ອອກ ​ໃນ​ສັບປະດາ​ແລ້ວ​ນີ້.

ເກົາຫຼີໃຕ້ ຍົກປ້າຍທີ່ເປັນຮູບປະທານານະທິບໍດີ ເກົາຫຼີໃຕ້ ທ່ານນາງ Park Geun-hye ແລະທ່ານນາງ Choi Soon-sil, ຂ້າງເທິງຊ້າຍ, ໃນການໂຮມຊຸມນຸມ ໃຫ້ທ່ານນາງ Park ລົງຈາກອຳນາດ, 2 ພະຈິກ, 2016, ນະຄອນຫຼວງໂຊລ໌, ເກົາຫຼີໃຕ້.
ເກົາຫຼີໃຕ້ ຍົກປ້າຍທີ່ເປັນຮູບປະທານານະທິບໍດີ ເກົາຫຼີໃຕ້ ທ່ານນາງ Park Geun-hye ແລະທ່ານນາງ Choi Soon-sil, ຂ້າງເທິງຊ້າຍ, ໃນການໂຮມຊຸມນຸມ ໃຫ້ທ່ານນາງ Park ລົງຈາກອຳນາດ, 2 ພະຈິກ, 2016, ນະຄອນຫຼວງໂຊລ໌, ເກົາຫຼີໃຕ້.

ທ່ານ Ahn ​ແມ່ນ​ກຳລັງ​ຖືກສືບສວນ​ສອບ​ສວນ ​ໃນ​ການ​ກ່າວ​ຫາ​ວ່າ ​ໄດ້​ຊ່ອຍ ທ່ານນາງ Choi Soon-sil ຜູ້​ຊຶ່ງ​ເປັນ​ເພື່ອນສະນິດ​ມາ​ດົນນານ​ກັບ​ປະທານາທິບໍດີເກົາຫຼີ​ໃຕ້ ທີ່​ບັງຄັບ​ໃຫ້ຫຼາຍ​ບໍລິສັດບໍລິຈາກ​ເງິນ​ໃຫ້​ອົງການທີ່​ບໍ່​ຫວັງຜົນ​ກຳ​ໄລ ຊຶ່ງທ່ານ ນາງ Choi ​ເປັນ​ຜູ້ຈັດ ການ ​ແລະ​ຄວບ​ຄຸມ. ທ່ານນາງ Choi ໄດ້​ຖືກ​ກ່າວ​ຫາ​ວ່າ ນຳ​ເງິນ​ດັ່ງກ່າວ ​ໄປ​ໃຊ້​ໃນ​ການ​ສ່ວນ​ຕົວ.

ທ່ານນາງ Choi ໄດ້​ຖືກຈັບ​ກຸມ ​ໃນ​ວັນ​ວັນ​ພຸດວານ​ນີ້ ຫຼັງ​ຈາກ 3 ມື້​ຂອງການ​ສອບ​ປາກຄຳ ​ແລະ​ທາງໄອ​ຍະ​ການ ​ໄດ້​ຮ້ອງ​ຂໍ​ໃຫ້​ອອກ​ໝາຍ​ຈັບ.

ອະດີດເລຂາປະທານາທິບໍດີ Park ທ່ານ An Chong-bum ເຂົ້າມາເພື່ອໃຫ້ປາກຄຳ ຕໍ່ຫ້ອງການຄະນະສືບສວນສອບສວນໃນເກົາຫຼີໃຕ້, 2 ພະຈິກ, 2016.
ອະດີດເລຂາປະທານາທິບໍດີ Park ທ່ານ An Chong-bum ເຂົ້າມາເພື່ອໃຫ້ປາກຄຳ ຕໍ່ຫ້ອງການຄະນະສືບສວນສອບສວນໃນເກົາຫຼີໃຕ້, 2 ພະຈິກ, 2016.

ທ່ານນາງ Choi ​ ຍັງ​ໄດ້​ຖືກ​ກ່າວ​ຫາວ່າ ​ໄດ້ນຳ​ໃຊ້​ ໃນ​ອັນທີ່​ເອີ້ນ​ວ່າ “​ເປັນຄື​ກັບສາສະ ໜາ” ​ເພື່ອ​ຄວບ​ຄຸມປະທານາທິບໍດີ Park ຊຶ່ງ​ຮວມທັງການ​ອາດ​ຈະ​ໃຫ້​ຄຳ​ແນະນຳ​ຕໍ່​ການກຳນົດ ນະ​ໂຍບາຍຕ່າງໆ. ທ່ານນາງ Park ​ໄດ້​ຍອມຮັບ​ວ່າ ທ່ານນາງ Choi ​ໄດ້​ດັດ​ແປງ​ບາງ​ຖ້ອຍ​ຄຳຂອງຄຳ​ປາ​ໄສ​ທ່ານ​ນາງ ​ແລະ​ໃຫ້ການ​ຊ່ອຍ​ເຫຼືອ​ທາງ​ດ້ານ​ປະຊາສຳພັນ​ອື່ນໆ.

ສື່ມວນ​ຊົນ​ຂອງເກົາຫຼີ​ໃຕ້ ຄາດ​ຄະ​ເນວ່າ ​ເຖິງ​ແມ່ນ​ວ່າ ທ່ານ​ນາງ ບໍ່​ມີ​ຕຳ​ແໜ່​ງ​ໃນ​ລັດຖະ ບານ ​ກໍ​ຕາມ ​ແຕ່ທ່ານນາງ Choi ອາດ​ຈະ​ໄດ້​ເຂົ້າ​ເຖິງ​ຂໍ້​ມູນ​ຕ່າງໆ​ທີ່​ຫຼໍ່​ແຫຼມ​ສຳຄັນກໍ​ເປັນ​ໄດ້.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG