ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໃນແຕ່ລະປີ ມີນັກຮຽນຫລາຍກວ່າ 49,000 ຄົນ ສອບເສງຈົບຊັ້ນປະຖົມ 5 ຈາກ ໂຮງຮຽນລັດຖະບານໃນລາວ


ນັກຮຽນຊັ້ນປະຖົມ ໃນ ສປປ ລາວ.
ນັກຮຽນຊັ້ນປະຖົມ ໃນ ສປປ ລາວ.

ໃນແຕ່ລະປີມີນັກຮຽນຫລາຍກວ່າ 49,000 ຄົນ ທີ່ສອບເສງຊັ້ນປະຖົມ 5 ຈາກໂຮງຮຽນ ຂອງລັດ ແລະເອກກະຊົນ 8,800 ກວ່າແຫ່ງ ທີມີນັກຮຽນຮວມກັນຫລາຍກວ່າ 8 ແສນຄົນໃນທົ່ວປະເທດ.

ທ່ານມີທອງ ສຸວັນວິໄຊ ຫົວໜ້າກົມອະນຸບານ ແລະປະຖົມສຶກສາກະຊວງສຶກສາທິການ
ແລະກິລາຖະແຫລງວ່າ ການຈັດຕັ້ງປະຕິບັດແຜນການພັດທະນາ ແລະຂະຫຍາຍໂອ ກາດຜ່ານການສຶກສາ ໄປສູ່ເຍົາວະຊົນລາວໃນເຂດຊົນນະບົດ ໃນຊ່ວງປີ 2011 ຫາ 1015 ທີ່ຜ່ານມາເຮັດໃຫ້ເຍົາວະຊົນລາວໄດ້ຮັບການສຶກສາຈົນຈົບຊັ້ນປະຖົມ ປີທີຫ້າ ເພີ້ມຂຶ້ນນັບມື້ ໂດຍສະເພາະແມ່ນ ​ໃນສົກຮຽນປະຈຳປີ 2015 ຫາ 2016 ທີຜ່ານມາກໍ ປາກົດວ່າມີນັກຮຽນຫລາຍກວ່າ 40,9000 ຄົນ ທີ່ສອບເສງຈົບຊັ້ນປະຖົມຫ້າທົ່ວປະເທດ ລາວ ທ່ານມີທອງ ບອກດ້ວຍວ່າໃນປັດຈຸບັນນີ້ ມີໂຮງຮຽນລະດັບປະຖົມສຶກສາຂອງລັດ
8,600 ກວ່າແຫ່ງ ທີ່ມີນັກຮຽນຊັ້ນປະຖົມນຶ່ງຫາຫ້າ ຈຳນວນຫລາຍກວ່າແປດແສນຄົນ ຊຶ່ງ
ໃນນີ້​ແບ່ງເປັນນັກຮຽນເພດຍິງເກີນກວ່າສາມແສນຄົນ ສ່ວນໂຮງຮຽນຂອງເອກກະຊົນ
ທີ່ມີຢູ່ 200 ກວ່າແຫ່ງນັ້ນ ມີນັກຮຽນຊັນປະຖົມຈຳນວນຫລາຍກວ່າ 30,9000 ຄົນ ໃນນີ້ ແບ່ງເປັນນັກຮຽນເພດຍິງ10,8000 ກວ່າຄົນຊຶ່ງກໍຈະເຫັນໄດ້ວ່າມີບັນຫາກ່ຽວກັບຄວາມ
ສະເໝີພາບ ລະຫວ່າງຍິງຊາຍໃນດ້ານການສຶກສາໃນລາວຢູ່ນັ້ນເອງ.

ກ່ອນໜ້ານີ້ກອງປະຊຸມຜູ້ບໍລິຫານການສຶກສາ ແລະກິລາທົ່ວປະເທດປະຈຳປີ 2016 ໄດ້ມີ ການສະເໜີລາຍງານວ່າ ໃນປັດຈຸບັນອັດຕາການເຂົ້າຮຽນຂອງເດັກນ້ອຍອາຍຸສາມຫາ
ຫ້າປີ ຢູ່ທີ 49 ເປີເຊັນ ສ່ວນການເຂົ້າຮຽນໃນລະດັບປະຖົມສຶກສາລະດັບມັດທະຍົມຕົ້ນ
ແລະມັດທະຍົມປາຍນັ້ນຢູ່ທີ່ອັດຕາສະເຫລ່ຍ 97.9 ເປີເຊັນ ກັບ 82.2 ເປີເຊັນ ແລະ
47.8 ເປີເຊັນຕາມລຳດັບ ຕາມສະເຫລ່ຍດັ່ງກ່າວນີ້ ຖືເປັນການພັດທະນາທາງດ້ານການ
ສຶກສາ ທີ່ມີການຂະຫຍາຍຕົວເພີ້ມຂຶ້ນ ໃນທຸກພາກສ່ວນ ເພາະໃນປີ 2015 ທີ່ຜ່ານມາ
ນັ້ນອັດຕາການເຂົ້າຮຽນຂອງເດັກອາຍຸສາມຫາຫ້າປີຢູ່ທີ່ລະດັບ 43 ເປີເຊັນສ່ວນການເຂົ້າ ຮຽນໃນລະດັບປະຖົມ ລະດັບມັດຖະຍົມຕົ້ນ ແລະມັດທະຍົມປາຍຢູ່ທີລະດັບ 97.2 ເປີ
ເຊັນກັບ 78 ເປີເຊັນ ແລະ 45.8 ເປີເຊັນຕາມລະດັບ ຫາກແຕ່ວ່າການພັດທະນາດ້ານ
ສຶກສາໃນລາວ ຍັງຂາດເຂີນຄຸນນະພາບ ໂດຍຈະເຫັນຈາກອັດຕາການຄ້າງຫ້ອງໃນລະ
ດັບປະຖົມສຶກສາຍັງຢູ່ໃນລະດັບ 4.9ເປີເຊັນ ສ່ວນບັນຫາຍາກຈົນກໍເຮັດໃຫ້ເດັກນ້ອຍ
ຕ້ອງປະລະການຮຽນ ໃນອັດຕາສະເລ່ຍ 4.8 ເປີເຊັນ ຊຶ່ງສູງທີ່ສຸດໃນກຸ່ມອາຊຽນຍິງໄປ
ກວ່ານັ້ນດ້ວຍສະພາບການເປັນຢູ່ທີ່ຍາກຈົນຢ່າງຍິງຂອງປະຊາຊົນລາວ ຊຶ່ງມີສາເຫດ
ມາຈາກລະດັບການຄອງຊີບທີປັບຕົວສູງຂຶ້ນນັບມື້ ໃນຂະນະທີ່ລັດຖະບານລາວກໍບໍ່ສາ
ມາດຈະໃຫ້ການຊ່ວຍເຫລືອໄດ້ເລີຍນັ້ນ ກໍຍັງເຮັດໃຫ້ການປະລະການຮຽນຂອງເດັກ
ນ້ອຍໃນລະດັບປະຖົມສຶກສາ ໃນເຂດຊົນນະບົດຂອງລາວນັ້ນມີອັດຕາສະເລ່ຍສູງກວ່າ
20 ເປີເຊັນອີກດ້ວຍ ໂດຍເຖິງແມ່ວ່າການເຂົ້າຮຽນລະດັບປະຖົມສຶກສາຂອງເດັກນ້ອຍ
ໃນເຂດຊົນນະບົດໃນປີ 2016 ນີ້ຈະມີອັດຕາສະເລ່ຍທີ່ສູງເຖິງ 95 ເປີເຊັນກໍຕາມ ຫາກ
ແຕ່ຄວາມເປັນຈິງແລ້ວ ກໍປາກົດວ່າມີເດັກນ້ອຍລາວມາໂຮງຮຽນເປັນປົກກະຕິພຽງ 75 ເປີເຊັນເທົ່ານັ້ນດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວໄດ້ໃຫ້ການຢືນຢັນວ່າ

“ອັດຕາປະລະການສຶກສາຫລືວ່ານອກເຫລືອ ສົມມຸດວ່າເດັກນ້ອຍຊັ້ນ ປ ນຶ່ງ ຫາຊັ້ນ
ປ ຫ້າເຂົ້າດຽວນີ້ເຮົາໄດ້ຕັ້ງເປົ້າໄວ້ຊິໃຫ້ມັນໄດ້ 95 ເປີເຊັນແຕ່ວ່າ ໃນຕົວຈິງບາດ
ລັດ ມາດຽວນີ້ມີແຕ່ 75 20 ເປີເຊັນເສຍໄປ ອັນນັ້ນກໍຈະສູມໃສ່ແກ້ໄຂ ຊ່ວຍສ້າງເງື່ອນໄຂ ໃຫ້ເຂົາເຈົ້າສາມາດຮຽນຈົບ”

ຍິງໄປກວ່ານັ້ນບັນຫາດັ່ງກ່າວຍັງຖືເປັນສະພາບການທີ່ຕົງກັນຂ້າມກັບນໂຍບາຍລັດຖະ
ບານຂອງລັດຖະບານລາວທີ່ ໄດ້ປະກາດເປົ້າໝາຍຂອງການຂະຫຍາຍ ໂອກາດດ້ານ
ການສຶກສາສຳລັບເດັກນ້ອຍໃນເຂດຊົນນະບົດໃຫ້ໄດ້ຢ່າງທົາວເຖິງ ພາມໃນປີ 2015 ທີີ
ຜ່ານມາ ຫາກແຕ່ວ່າດ້ວຍບັນຫາຄວາມຍາກຈົນ ຂອງປະຊາຊົນລາວທີຍັງບໍ່ໄດ້ຮັບການ
ແກ້ໄຂນັ້ນ ຈຶ່ງເຮັດໃຫ້ລັດຖະບານລາວບໍ່ສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ເລີຍ.

XS
SM
MD
LG