ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຊີນຊົມ ວີດີໂອ ເຮືອບິນ​ພະລັງງານ​ແສງ​ອາທິດ ສາມາດບິນຮອບໂລກ ໂດຍປາດສະຈາກນ້ຳມັນ


ຫຼາຍ​ກວ່າ​ນຶ່ງ​ປີ​ມາແລ້ວ ຫຼັງ​ຈາກ​ມັນໄດ້ບິນ​ຂຶ້ນ​ຈາກ Abu Dhabi ​ເຮືອບິນ​ ບິນ​ທົດ​ລອງ ມີ​ເຄື່ອງຈັກ 4 ​ໝາກປິ່ນ ທີ່​ເຮັດ​ດ້ວຍ​ພະລັງ​ແສງ​ອະທິ​ດ ທີ່​ເອີ້ນ​ວ່າ Solar Impulse 2 ຊຶ່ງ​ເປັນ​ເຮືອບິນ​ລຳ​ທຳ​ອິດ ທີ່​ບິນ​ ຮອບ​ໂລກ ທີ່​ໃຊ້​ພະລັງງານທີ່​ເກັບ​ກຳ​ສະ​ສົມ​ມາ​ຈາກ​ ແສງ​ອາທິດ ຢ່າງດຽວ. ພວກ​ນັກ​ບິນລຳດັ່ງກ່າວ ຫວັງ​ວ່າ​ການບິນທີ່ເປັນປະຫວັດການ ນີ້ ຈະ​ສາມາດ​ສົ່ງ​ເສີມ​ການ​ນຳ​ໃຊ້​ພະລັງງານ​ແສງ​ອາທິດ ວ່າ​ເປັນ​ພະລັງງານ​ລາຄາ​ຖືກ​ທັງ​ເປັນພລັງ​ງານ​ທີ່​ທົດ​ແທນ​ໄດ້ ນັກຂ່າວ VOA George Putic ມີລາຍ​ງານເລື້ອງນີ້​ ​ຊຶ່ງພຸດທະ​ສອນ ຈະ​ນຳເອົາ ລາຍ​ລະອຽດ ​ມາສະ​ເໜີ​ທ່ານ ເປັນພາສາລາວ.

XS
SM
MD
LG