ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຊີນຊົມ ວີດີໂອ ເລື່ອງ ບັນດານັກວິທະຍາສາດ ຄົ້ນພົບວິວັດທະນາການໃໝ່ ຂອງເຄື່ອງກອງນ້ຳ


ນ້ຳ​ດື່ມ​ທີ່​ສະອາດ​ແມ່ນ​ເປັນສິ່ງ​ຈຳເປັນໃນ​ການ​ປ້ອງ​ກັນ​ໂຣກຕ່າງໆ ແລະ​ເພື່ອໃຫ້​ມີ​ສຸຂພາບດີ. ​ແຕ່ ອິງ​ຕາມ​ອົງການ​ອະນາ​ໄມ​ໂລກແລ້ວແມ່ນວ່າ ຜູ້ຄົນ ປະມານ 663 ລ້ານ​ຄົນ ຊຶ່ງເປັນ​ນຶ່ງ​ໃນ​ແຕ່ລະ​ສິບ​ຄົນໃດ​ໃນ​ໂລກ ແມ່ນບໍ່​ມີ​ນ້ຳ​ດື່ມ​ນໍ້າໃຊ້ທີ່​ປອດ​ໄພ.​ ພວກເຄື່ອງກອງ​ນ້ຳ​ທີ່​ລາຄາແພງ​ ​ຍິ່ງເຮັດ​ໃຫ້ຫຼາຍໆປະຊາຄົມທ່ານ​ນາງໄດ້ເຕີບ​ໃຫຍ່ຢູ່ໃນ​ປະເທດຈີນ ໄດ້​ຮຽນ​ຮູ້ຄຸນຄ່າ​ຂອງ​ນໍ້າ​ດື່ມທີ່​ສະອາດ ​ຕັ້ງແຕ່​ຕອນຍັງນ້ອຍໆ​. ​ໃນ​ປະຈຸ​ບັນ​ນີ້ ທີ່​ມະຫາວິທະຍາ​ໄລ​ແຫ່ງ​ລັດ California ທີ່ Berkeley ວິສະ​ວະ​ກອນ ສະພາບ​ແວດ​ລ້ອມຜູ້ນີ້ ​ກຳລັງ​ປະດິດເນື້ອ​ເຫຍື່ອ​ຫຸ້ມ​ແຊ​ລ​ແບບ​ໃໝ່ ທີ່​ເປັນຊິ້ນນ​ສ່ວນ​ສຳຄັນ​ ທີ່ມີ​ປະສິດ​ທິພາບທີ່ດີກ​ວ່າ ​ເທັກ​ໂນ​ໂລ​ຈີ​ການກັ່ນ​ກອງ​ນ້ຳ ​ໃນ​ປະຈຸ​ບັນ​ ​ແລະ​ປະຢັດ​ພະລັງງານໃນ​ຂັ້ນ​ຕອນ​ການ​ປະຕິບັດ​ງານດີກວ່າ. ພຸດທະສອນ ຈະນຳເອົາເລື່ອງນີ້ ມາສະເໜີທ່ານ ເປັນພາສາລາວ.

XS
SM
MD
LG