ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການ ກວດສອບແຫ່ງລັດ ກວດພົບ ລັດຖະບານ ເສຍ ລາຍຮັບ 2,000 ຕື້ກີບ


ທ່ານນາງ ວຽງທອງ ສີພັນດອນ ກ່າວຖະແຫຼງໃນກອງປະຊຸມສະພາແຫ່ງຊາດ.
ທ່ານນາງ ວຽງທອງ ສີພັນດອນ ກ່າວຖະແຫຼງໃນກອງປະຊຸມສະພາແຫ່ງຊາດ.

ອົງການກວດສອບແຫ່ງລັດ ກວດພົບວ່າລັດຖະບານ ລາວ ສູນເສຍ ລາຍຮັບຫຼາຍກວ່າ 2,000 ຕື້ກີບໃນແຜນການປະຈຳປີ 2013- 2014 ໂດຍມີສາເຫດມາຈາກການຍົກເວັ້ນພາສີການຄ້າຂາອອກ ແລະ ຂາເຂົ້າ.

ທ່ານນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ຖະແຫຼງວ່າໃນຮອບປີ 2015 ທີ່ຜ່ານມາ ອົງການກວດສອບແຫ່ງລັດ ໄດ້ກວດພົບວ່າລັດຖະບານ ລາວ ສູນເສຍລາຍ ຮັບໄປຄິດເປັນມູນຄ່າລວມຫຼາຍກວ່າ 2,000 ຕື້ກີບ ຫຼື ເກີນກວ່າ 250 ລ້ານໂດລາ ໂດຍມີສາ ເຫດມາຈາກການທີ່ກົມພາສີໄດ້ມີການຍົກເວັ້ນພາສີການນຳເຂົ້ານຳ້ມັນ ແລະ ຍານພາຫະນະ ໃຫ້ແກ່ບັນດາບໍລິສັດຕ່າງຊາດທີ່ລົງທຶນໃນ ລາວ ລວມເຖິງການຈັດເກັບອາກອນສົ່ງໄມ້ອອກ ໄປຕ່າງປະເທດທີ່ບໍ່ມີປະສິດທິພາບ ໃນຕະຫຼອດແຜນການປະຈຳປີ 2013-2014 ທັງຍັງເຮັດ ໃຫ້ເຊື່ອວ່າລັດຖະບານ ລາວ ຕ້ອງສູນເສຍລາຍຮັບເພີ່ມຂຶ້ນໃນແຜນການປີ 2014-2015 ທີ່ ຜ່ານມາອີກດ້ວຍ.

ພ້ອມກັນນັ້ນ ອົງການກວດສອບແຫ່ງລັດ ກໍຍັງໄດ້ກວດພົບວ່າ 116 ໜ່ວຍງານຂອງລັດບໍ່ໄດ້ ຈັດສົ່ງລາຍຮັບເຂົ້າງົບປະມານປະຈຳປີ 2013-2014 ຂອງລັດຖະບານຄິດເປັນມູນຄ່າລວມ ເຖິງ 749.22 ຕື້ກີບ ໂດຍສ່ວນໃຫຍ່ເປັນລາຍຮັບຈາກສ່ວຍອາກອນ, ລາຍຮັບຈາກຊັບສິນ ຂອງລັດຖະບານ, ລາຍຮັບຈາກການຂາຍໄມ້, ລາຍຮັບຈາກການຫັນຊັຍສິນເປັນທຶນ ແລະ ອື່ນໆ.

ໂດຍພາຍໃຕ້ສະພາບບັນຫາດັ່ງກ່າວ ກໍເຮັດໃຫ້ທ່ານນາງ ວຽງທອງ ໄດ້ໃຫ້ການຍອມຮັບວ່າ ການຈັດຕັ້ງປະຕິບັດຂອງອົງການກວດສອບແຫ່ງລັດໃນ ແຜນການປີ 2014-2015 ທີ່ວາງ ຄາດໝາຍໄວ້ວ່າຕ້ອງດຳເນີນການກວດສອບໜ່ວຍງານຂອງລັດຖະບານ ໃຫ້ໄດ້ບໍ່ໜ້ອຍກວ່າ 95 ຫົວໜ່ວຍ ຫາກແຕ່ວ່າຈາກການຈັດຕັ້ງປະຕິບັດໃນພາກຕົວຈິງນັ້ນ ສາມາດກວດສອບໄດ້ ພຽງ 60 ຫົວໜ່ວຍ ຄິດເປັນ 63 ເປີເຊັນ ເທົ່ານັ້ນຂອງແຜນການປີ ທັງຍັງເຮັດໃຫ້ຕ້ອງຫຼຸດເປົ້າ ໝາຍຂອງການກວດສອບໃນແຜນການປີ 2015-2016 ລົງເຫຼືອພຽງແຕ່ 89 ຫົວໜ່ວຍເທົ່າ ນັ້ນອີກດ້ວຍ.

ບັນດາເຈົ້າໜ້າທີ່ລາວ ເຂົ້າຮ່ວມໃນກອງປະຊຸມການກວດສອບແຫ່ງຊາດ.
ບັນດາເຈົ້າໜ້າທີ່ລາວ ເຂົ້າຮ່ວມໃນກອງປະຊຸມການກວດສອບແຫ່ງຊາດ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກະຊວງແຜນການ ແລະ ການລົງທຶນ ເປີດເຜີຍວ່າໜ່ວຍສະເພາະກິດຂອງກະຊວງແຜນການໄດ້ກວດພົບ ການສູນເສຍ ລາຍຮັບຂອງລັດຖະບານຫຼາຍກວ່າ 6,000 ຕື້ກີບໃນ ແຜນການປີ 2013-2014 ທີ່ເກີດຈາກການຈັດຕັ້ງປະຕິບັດໂຄງ ການພັດທະນາທີບໍ່ຖືກຕ້ອງຕາມກົດໝາຍ ກໍຄືບໍ່ຜ່ານການເຫັນ ຊອບຂອງກະຊວງການເງິນກັບກະຊວງແຜນການ ແລະ ການລົງ ທຶນຈຳນວນ 56 ໂຄງການ ດັ່ງທີ່ທ່ານ ກິແກ້ວ ຈັນທະບູລີ ລັດຖະ ມົນຕີຊ່ວຍວ່າການກະຊວງແຜນການຢືນຢັນວ່າ.

"ບັນດາຂະແໜງການໄດ້ເຊັນສັນຍາໂຄງການເກີນມູນຄ່າທີ່ສະພາແຫ່ງຊາດ ໄດ້ອະນຸມັດມີ 18 ໂຄງການໄດ້ດຳເນີນການດັດແກ້ໂຄງການຈຳນວນ 38 ໂຄງການມຸນຄ່າ 6,000.92 ຕື້ ກີບ ໂດຍບໍ່ໄດ້ນຳສະເໜີຕໍ່ກະຊວງແຜນການ ແລະ ການລົງທຶນ ກັບ ກະຊວງການເງິນ ຈຶ່ງຕີ ລາຄາວ່າບໍ່ເຄົາລົບກົດໝາຍຢ່າງເຂັ້ມງວດ."

ນອກຈາກນີ້ ອົງການກວດສອບແຫ່ງລັດ ຍັງໄດ້ກວດພົບການທຸຈະລິດຫຼາຍກວ່າ 324 ຕື້ກີບ ໃນ 25 ໂຄງການພັດທະນາທີ່ບໍ່ມີຕົວຕົນໃນເຂດແຂວງອຸດົມໄຊ ແລະ ກວດພົບການໃຊ້ຈ່າຍ ງົບປະມານເກີນຈິງຫຼາຍກວ່າ 87 ຕື້ກີບໃນ 77 ໂຄງການ ສ່ວນ 254 ໂຄງການຍັງດຳເນີນງານ ບໍ່ສຳເລັດຕາມແຜນການທັງໆທີ່ວ່າໄດ້ຈ່າຍງົບປະມານ ຫຼາຍກວ່າ 4,300 ຕື້ກີບໄປທັງໝົດ ແລ້ວນັ້ນ.

ທາງດ້ານອົງການເພື່ອຄວາມໂປ່ງໄສສາກົນ (transparency International) ທີ່ໄດ້ດຳເນີນ ການສຳຫຼວດຄວາມຄິດເຫັນຂອງນັກທຸລະກິດ ກ່ຽວກັບ ສະພາບແວດລ້ອມສໍ້ລາດບັງຫຼວງຢູ່ ໃນ 167 ປະເທດທົ່ວໂລກນັ້ນໄດ້ຈັດໃຫ້ ລາວ ຢູ່ອັນດັບທີ 139 ໃນປີ 2015 ໂດຍໄດ້ຮັບ ຄວາມໄວ້ວາງໃຈຈາກບັນດານັກທຸລະກິດຕ່າງຊາດທີ່ລົງທຶນໃນ ລາວ ທີ່ລະດັບ 25 ຄະແນນ ຈາກ 100 ຄະແນນເຕັມ.

ໂດຍຈາກຄະແນນດັ່ງກ່າວນີ້ ເຖິງແມ່ນວ່າຈະຖືເປັນລະດັບຄວາມໄວ້ວາງໃຈດີກວ່າປີ 2012 ທີ່ລາວໄດ້ຖືກຈັດໃຫ້ຢູ່ໃນອັນດັບທີ 160 ຊຶ່ງໄດ້ຮັບຄວາມໄວ້ວາງໃຈຈາກບັນດານັກທຸລະກິດ ຊາວຕ່າງປະເທດທີ່ລົງທຶນໃນ ລາວ ພຽງແຕ່ 21 ຄະແນນເທົ່ານັ້ນກໍຕາມ ຫາກແຕ່ກໍເປັນສະ ຖານະທີ່ຕ່ຳລົງເມື່ອທຽບກັບປີ 2013 ເຊິ່ງ ລາວ ໄດ້ຮັບຄວາມໄວ້ວາງໃຈທີ່ລະດັບ 26 ຄະແນນ ໝາຍຄວາມວ່າການສໍ້ລາດບັງຫຼວງໃນ ລາວ ຍັງມີທ່າອຽງເພີ່ມຂຶ້ນໃນສາຍຕາຂອງນັກທຸລະ ກິດຊາວຕ່າງຊາດນັ້ນເອງ.

XS
SM
MD
LG