ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ້ອມຍາມ Palawan ໃນຟິລິບປີນ ອາດກາຍມາເປັນ ຈຸດຍຸດທະສາດຄືນໃໝ່ອີກ


Remote Palawan Could Be Strategic Yet Again
please wait

No media source currently available

0:00 0:03:21 0:00

ເຊິນຊົມ ວິດິໂອ

​ໃນ​ລະຫວ່າງ​ສົງຄາມ​ໂລກ​ຄັ້ງ​ທີສອງ ກອງ​ທະຫານ​ຍີ່​ປຸ່ນ ​ແລະ
ອາ​ເມຣິກັນ ໄດ້​ສູ້​ລົບ​ເພື່ອຍາດແຍ່ງເອົາເກາະຍຸດ​ທະ​ສາດ
Palawan ຂອງຟິລິບ​ປິນ​ເພື່ອຮັກສາ​ການ​ຄວບ​ຄຸມ​ທະ​ເລ​ຈີນ
​ໃຕ້. ​ເຈັດ​ສິບ​ປີ​ຕໍ່​ມາ ​ເກາະດັ່ງກ່າວຂອງ​ຟິລິບ​ປິນ ອາ​ດຈະ​ກັບ
​ຄືນ​ມາ​ມີບົດບາດ​ໃນດ້ານຍຸດ​ທະ​ສາດ​ສຳຄັນ​ໃໝ່ອີກ. ນັກ​ຂ່າວ
ວີ​ໂອ​ເອ Li Bao ​ໄດ້​ເດີນທາງ​ໄປ ​ເກາະ Palawan ​ແລະ​ສົ່ງ
ລາຍ​ງານ​ເລື້ອງ​ນີ້ມາ ຊຶ່ງ ກິ່ງ​ສະຫວັນ ຈະ​ນຳ​ມາສະ​ເໜີທ່ານ.

ຢູ່ທີ່​ເມຶືອງ Puerto Princesa ຊຶ່ງເປັນນະຄອນຫຼວງຂອງແຂວງ Palawan ຄຳ​ເວົ້າແລະ​ບັນດາ​ຮູບ​ພາບຕ່າງໆ​ທີ່ຄ້າຍ Plaza Cuartel ຊຶ່ງ​ເປັນທີ່ຕັ້ງຂອງ​ປ້ອມ​ທະຫານເກົ່າ ແມ່ນ
ມີປະຫວັດໃນການ​ສູ້​ລົບ​ຢ່າງ ນອງ​ເລືອດມາແລ້ວລະຫວ່າງທະຫານຍີ່ປຸ່ນ​ແລະອາ​ເມຣິກັນ ໃນສະໄໝ ສົງຄາມ ​ເພື່ອ​ເຂົ້າຄວບ​ຄຸມ​ເກາະ​ຍຸດ​ທະ​ສາດດັ່ງກ່າວຂອງຟິລິບ​ປິນ.

​ເກາະ Palawan ອາດ​ກາຍ​ມາ​ເປັນ​ຈຸດ​ຍຸດ​ທະ​ສາດ ທີ່​ສຳຄັນ​ອີກ​ຄັ້ງ​ໜຶ່ງ.

ນັບ​ແຕ່​ປີ 2013 ​ເປັນ​ຕົ້ນ​ມາ ຈີນ ​ໄດ້​ພົວພັນ​ ໃນ​ການ​ຖົມເກາະດອນ ​ແລະ​ກິດຈະການ​ທາງ​ທະຫານ ຢູ່​ໃນ​ເຂດນ່ານ​ນໍ້າອ້ອມແອ້ມ ບັນດາ​ໝູ່​ເກາະ Spratly ທີ່​ແຈກ​ຢາຍກັນ​ຢູ່ປະ
ມານ 100 ຫາ 200 ໄມທະເລ​ໄປທາງ​ພາກ​ຕາ​ເວັນ​ຕົກ​ຂອງເກາະ Palawan.

ສະຫະລັດ ຊຶ່ງເປັນພັນທະ​ມິດ​ມາເປັນເວລາດົນນານ​ ຂອງຟິລິບ​ປິນ ​ໄດ້​ຕິຕຽນການ​ປະຕິ
ບັດ​ຂອງ​ຈີນ ​ແລະໄດ້​ສົ່ງເຮືອບິນທະຫານ ​ແລະກຳ​ປັ່ນລົບ ​ເຂົ້າ​ໄປ​ໃກ້ໆກັບບັນດາ​ເກາະ
ທຽມ ​ເພື່ອເປັນ​ການ​ສະໜັບສະໜູນຕໍ່ສິດ​ເສລີພາບ​ຂອງການ​ເດີນ​ເຮືອ. ​ແຕ່ວ່າ ບົດບາດ​
ຂອງສະ ຫະລັດ​ໃນ​ເລື້ອງ​ດັ່ງກ່າວ​ ​ໄດ້ກໍ່ໃຫ້ເກີດ ມີການອະພິປາຍ ຢູ່ທີ່​ເກາະ Palawan.

ນາງ Rizamae Balcueba ທີ່ຈົບ​ມະຫາວິທະຍາ​ໄລ ກ່າວ​ວ່າ “ຂ້າ ພະ​ເຈົ້າ​ຄິດວ່າ ພວກ​
ເຮົ​າຕ້ອງການອາ​ເມຣິກັນ ​ເພາະວ່າ ​ເຂົາ​ເຈົ້າ​ຈະ​ຊ່ວຍ​ພວກ​ເຮົາ ​ຕໍ່ສູ້​ເພື່ອປະ​ເທ​ດຂອງ​ເຮົາເພື່ອ​ດິນ​ແດນ​ຂອງ​ເຮົາ.”

ອີງ​ຕາມ​ຂໍ້​ຕົກລົງ ທີ່ລົງ​ນາມ​ໂດຍ​ສອງ​ຝ່່າຍ​ໃນ​ປີ 2014 ລັດຖະບານ​ຟິບິ​ບປິນ ຈະ​ທຳ​ການ
​ສ້ອມແປງແລະ​ຂະຫຍາຍ​ຄ້າຍ​ທະຫານ ​ໃນ​ທົ່ວ​ປະ​ເທດ ​ເພື່ອ​ໃຫ້​ກຳ​ປັ່ນ​ ​ແລະ​ເຮືອບິນ ສະຫະລັດ​ໃຊ້. ​ເຖິງ​ແມ່ນ​ວ່າ ຄວາມ​ຖືກຕ້ອງ​ຕາມ​ກົດໝາຍ ​ຂອງຂໍ້ຕົກລົງ ​ຍັງຈະ​ຕ້ອງ​ໄດ້​
ຢືນຢັນ​ໂດຍສານ​ສູງ​ສຸດ​ຂອງຟິລິບ​ປິນກໍຕາມ ແຕ່ວຽກງານ​ຈຳນວນ​ໜຶ່ງ​ ໃນການຂະຫຍາ
​ຍ​ຄ້າຍທະຫານເຫລົ່ານີ້ໄດ້ເລີ້ມຂຶ້ນແລ້ວ.

​ໂຄງການ​ຂະຫຍາຍ​ທາງ​ແລ່ນ​ຂະໜາດໃຫຍ່ ກຳລັງ​ດຳ​ເນີນ​ຢູ່ທີ່ເດີ່ນ​ເຮືອບິນ Puerto
Princess ​ທີ່ແບ່ງ​ກັນ​ໃຊ້​ລະຫວ່າງ​ເຮືອບິນ​ພົນລະ​ເຮືອນ ​ແລະ​ກຳລັງ​ທັບອາກາດ ໃນ​
ທ້ອງ​ຖິ່ນ​ຂອງ​ຟິລິບ​ປິນ. ຢູ່​ທີ່​ອ່າວ Ulugan ຊຶ່ງຕັ້ງຢູ່ທາງ​ເໜືອ​ຂອງ​ເມືອງ ບັນດາ​ເຈົ້າໜ້າ​
ທີ່​ກຳລັງ​ວາງ​ແຜນກໍ່ສ້າງທ່າ​ເຮືອ​ນໍ້າເລິກ​ຂອງ​ທະຫານ.

​ແຕ່ບໍ່​ແມ່ນ​ທຸກໆ​ຄົນ​ເຊື່ອ​ວ່າ ການ​ຮ່ວມມືທາງ​ທະຫານນີ້ ​ເປັນ​ຂໍ້​ຕົກລົງ​ທີ່​ດີ. ຊາວ​ປະມົງ​
ຈຳນວນ​ໜຶ່ງ ​ພາກັນ​ມີ​ຄວາມ​ເປັນ​ຫ່ວງ​ວ່າ ກຳ​ປັ່ນ​ລົບ ທີ່ອາດມີຈຳນວນເພີ້ມຂຶ້ນ ຈະ​ເປັນ
​ຜົນ​ກະທົບ​ຕໍ່​ຊີວິດ​ການ​ຫາ​ປາ​ປະຈຳ​ວັນ​ຂອງ​ເຂົາ​ເຈົ້າ.

ທ່ານ Ceasar Ventura ທີ່​ປຶກສາ​ດ້ານ​ເສດຖະກິດ ​ແກ່​ລັດຖະບານ​ຂອງ​ແຂ​ວງ ຍັງມີ
ຄວາມ​ເປັນ​ຫ່ວງກ່ຽວກັບ​ການ​ມາ​ເຖິງ​ ຂອງທະຫານ​ສະຫະລັດທີ່​ອາດ​ຈະ​ດຶງດູດຄວາມ​ສົນ
​ໃຈ​ໂດຍພວກ​ຫົວ​ຮຸນ​ແຮງມຸສລິ​ມ.

ທ່ານ​ Ventura ກ່າວ​ວ່າ “ກິດຈະການ​ກໍ່ການ​ຮ້າຍ ອາດ​ຈະ​ເພີ້​ມ​ຂື້ນ ​ເວລາ ທະຫານອາ​ເມຣິກັນ ມາ​ຢູ່​ທີ່​ນີ້.”

ສ່ວນທ່ານ Eugenio B. Bito-Onon ​ເຈົ້າ​ເມືອງໆ Kalayaan ກ່າວ​ວ່າ ສິ່ງທີ່ດີ ແມ່ນມີ
ຫລາຍກວ່າ ສິ່ງທີ່​ບໍ່​ດີ.

ທ່ານເວົ້າວ່າ “ນັບ​ແຕ່​ກຳລັງ​ທະຫານ​ຂອງພວກ​ເຮົາ ແລະ​ກະ​ຊວງປ້ອງ​ກັນປະ​ເທດ ຂອງ​ພວກ​ເຮົາບໍ່​ຂ່ອຍ​ແຂງ​ແຮງປານໃດ ແລະເຖິງ​ຢ່າງ​ໃດ​ກໍ​ດີ ພວ​ກເຮົາກໍມີ​ຂໍ້​ຕົກລົງໃນດ້ານ
ປ້ອງກັນປະເທດ​ຮ່ວ​ມກັນ ​ເພາະສະ​ນັ້ນ ຂ້າພ​ະເຈົ້າຈຶ່ງບໍ່ຄັດຄ້ານ ຕໍ່ການມີໜ້າຂອງອາ​
ເມຣິກັນຢູ່​ທີ່​ນີ້ ​ໂດຍ​ສະ​ເພາະ ຊ່ວ​ຍໃຫ້​ພວກ​ເຮົາ ​ພັດທະນາ​ໃນດ້ານປ້ອງ​ກັນ​ປະເທດ
ຂອງ ພວກເຮົາ.”

​ເຈົ້າ​ໜ້າ​ທີ່​ສະຫະລັດ​ຄົນ​ໜຶ່ງ ຢູ່​ໃນຟິລິບ​ປິນ ບໍ່​ໄດ້ໃຫ້ການ​ຢືນຢັນກ່ຽວ ກັບການ​ໃຊ້​ເກາະ
Palawan ​ໃນ​ການ​ປະຕິບັດ​ງານ​ທາງ​ທະຫານ​ໃນ​ອະນາ​ຄົດ ຢູ່​ທະ​ເລ​ຈີນ​ໃຕ້. ​ເຖິງ​ຢ່າງ​
ໃດ​ກໍ​ດີ ທະຫານ​ສະຫະລັດ ມາທີ່​ນີ້​ທຸກໆ​ປີ ​ເພື່ອ​ຮ່ວມການ​ຊ້ອມ​ລົບ​ທາງທະຫານ ກັບ​ກອງ
ທັບ​ຟິລິບ​ປີນ.

XS
SM
MD
LG