ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມຽນມາ ກ່າວຫາ ນັກໜັງສືພິມ 5 ຄົນ ເປີດເຜີຍ ຄວາມລັບ ຂອງລັດ


ແຜນທີ່ມຽນມ້າ
ແຜນທີ່ມຽນມ້າ
ມຽນມາ​ຕັ້ງ​ຂໍ້​ກ່າວ​ຫາ​ຕໍ່​ພວກ​ນັກ​ຂ່າວ 4 ຄົນແລະ​ຫົວໜ້າ​ບໍລິຫານ​
ຂອງ​ໜັງສືພິມ​ລາຍ​ສັບປະດາສະບັບນຶ່ງໃນ​ການລະ​ເມີດ​ກົດໝາຍ
​ວ່າ​ດ້ວຍ​ ຄວາມ​ລັບ​ຂອງ​ປະ​ເທດ ທີ່ໄດ້ພິມ​ເຜີຍ​ແຜ່​ເລື້ອງ​ນຶ່ງ​ ກ່ຽວ
​ກັບການ​ກ່າວ​ຫາ​ເລື່ອງ​ໂຮງງານ​ຜະລິດ​ອາວຸດ​ເຄມີ​.​

​ຄະດີ​ດັ່ງກ່າວ​ກຳລັງ​ຮື້​ຟື້ນ​ຄວາມ​ເປັນ​ຫ່ວງ​ຂຶ້ນ​ມາ​ໃໝ່​ກ່ຽວ​ກັບ​ເສລີ
ພາບ​ໃນ​ວົງ​ການ​ສື່​ມວນ​ຊົນ​ໃນ​ພະມ້າຫຼື​ມຽນມ້າ​ຊຶ່ງ​ໄດ້​ທຳ​ການ​ປະ
ຕິ​ຮູບ​ຕ່າງໆ​ມາ ນັບ​ແຕ່​ການປົກຄອງ​ໂດຍ​ກົງ ​ຂອງພວກ​ທະຫານ
ສິ້ນສຸດ​ລົງ​ໃນປີ 2011 ​ເປັນ​ຕົ້ນມາ.

​ເລື້ອງ​ດັ່ງກ່າວ ຊຶ່ງ​ໄດ້​ປາກົດ​ຂຶ້ນ​ຢູ່​ໃນໜ້າ​ວາຣະສານ Unity
Journal ທີ່​ມີ​ຫ້ອງການ​ຕັ້ງ​ຢູ່​ໃນ​ນະຄອນ​ຢ້າງ​ກຸ້ງ ​ໃນ​ວັນ​ທີ 25 ມັງກອນ​ຜ່ານ​ມາ​ນີ້​ ທີ່​ອ້າງ
​ວ່າ ​ໂຮງງານ​ຜະລິດ​ອາວຸດ​ເຄມີ​ແຫ່ງ​ນຶ່ງ​ກຳລັງ​ຖື​ກກໍ່ສ້າງຂຶ້ນ​ໃນ​ເມືອງ Pauk ໃນ​ພາກ​ກາງຂອງ​ມຽນມ້າ.

ລັດຖະບານ​ໄດ້​ຮັບ​ຮູ້​ວ່າ ສະຖານ​ທີ່​ດັ່ງກ່າວ ຊຶ່ງ​ມີ​ເນື້ອ​ທີ່ 12 ກິ​ໂລ​ແມັດ​ມົນທົນ ແມ່ນ​ໂຮງງານ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ແຕ່​ປະຕິ​ເສດ​ວ່າ ສະຖານ​ທີ່​ດັ່ງກ່າວບໍ່​ມີ​ສ່ວນ​ພົວພັນ​ໃດໆ​ກັບ​ພວກ​ອາວຸດ​ເຄມີ.

ພວກ​ບັນນາທິການ 4 ຄົນ ​ແລະຫົວໜ້າ​ບໍລິຫານ​ຂອງ​ໜັງສືພິມ​ດັ່ງກ່າວ​ຖືກ​ຈັບ​ກຸມ​ໃນ​ສັບ
ປະດາ​ແລ້ວ​ນີ້. ສື່ມວນ​ຊົນ​ຂອງ​ລັດ​ຖະບານມຽນມາ ແຈ້ງ​ໃຫ້​ຮູ້​ໃນ​ແລງ​ວັນ​ພຸດວານ​ນີ້​ວ່າ
ພວກ​ນັກ​ຂ່າວ​ເຫຼົ່າ​ນີ້​ຖືກ​ກ່າວ​ຫາ​ ໃນ​ຖານເປີດ​ເຜີຍ​ຄວາມ​ລັບ​ຂອງ​ທາງ​ການແລະ​ລ່ວງ
​ລ້ຳ​ເຂົ້າ​ໃນ​ຂົງ​ເຂດ​ທີ່​ຕ້ອງ​ຫ້າມ​ຂອງ​ໂຮງງານ​ແຫ່ງ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຂໍ້​ກ່າວ​ຫາ​ເຫຼົ່າ​ນີ້​ແມ່ນ​ດຳ​ເນີນ​ໄປ​ຕາມ​ກົດໝາຍ​ວ່າ​ດ້ວຍ
ຄວາມ​ລັບ​ຂອງ​ມຽນມາ ທີ່​ມີ​ຜົນ​ບັງຄັບ​ໃຊ້​ມາ​ໄດ້ 90 ປີ ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ດີ ຍັງ​ບໍ່​ເປັນ​
ທີ່​ຈະ​ແຈ້ງ​ເທື່ອ​ວ່າ ​ແມ່ນ​ຄວາມ​ລັບ​ອັນ​ໃດ​ຂອງ​ລັດຖ້າ​ຫາກ​ມີ​ແທ້ ທີ່​ໄດ້​ເປີດ​ເຜີຍ​ຢູ່​ໃນ​
ບົດ​ຄວາມ​ສະບັບ​ນຶ່ງ​ນັ້ນ.
XS
SM
MD
LG