ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄາດວ່າ ສານໂລກຈະຕັດສິນ ເລື້ອງພື້ນທີ່ອ້ອມ ວັດເຂົາພະວິຫານ ທ້າຍປີນີ້


ຄາດວ່າ ໃນທ້າຍປີນີ້ ຄືປະມານເດືອນຕຸລາ ຫຼືພະຈິກ ສານສູງ ສຸດຂອງ ອົງການສະຫະປະຊາຊາດ ຈະທໍາການຕັດສິນກ່ຽວ​ກັບ ຄໍາຮ້ອງຂອງກໍາປູເຈຍ ທີ່ຂໍ​ໃຫ້​ລົງ​ຄວາມ​ເຫັນ​ກ່ຽວ​ກັບກໍາມະສິດ​ໃນເຂດຊາຍແດນທີ່ເປັນຂໍ້ຂັດ ແຍ້ງກັນ ລະຫວ່າງ​ຕົນ​ກັບປະ​ ເທດໄທ​ນັ້ນ. ໃນຊຸມປີ 1960 ສານໂລກ ທີ່ເອີ້ນວ່າ ສານ​ຍຸຕິ​ທໍາ ​ສາກົນ International Court of Justice ຫຼື ICJ ໄດ້ປະກາດ ໃຫ້ວັດໂບຮານແຫ່ງນຶ່ງຢູ່ແອ້ມແອ້ມເຂດຊາຍແດນນັ້ນເປັນຂອງ ກໍາປູເຈຍ ແຕ່ກໍບໍ່ໄດ້ຕັດສິນວ່າ ດິນດອນຢູ່ບໍລິເວນອ້ອມແອ້ມ ວັດດັ່ງກ່າວ ເປັນກໍາມະສິດຂອງຝ່າຍໃດ.

ຂ່າວປະເພດຕ່າງໆ

XS
SM
MD
LG