ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເມກຂະຫຼາ ສະຖາພອນ - ຊຽງຂວາງແດນງາມ (ວີດີໂອ)


​ເມກ​ຂະ​ຫຼາ ສະຖາພອນ
​ເມກ​ຂະ​ຫຼາ ສະຖາພອນ
ສະບາຍດີ ​ແລະ​ພົບ​ກັນ​ອີກ​ເຊັ່ນ​ເຄີຍ ມາ​ຟັງ​ເພງ​ລາວ​ມ່ວນໆ​
ນໍາ​ກັນ​ໃນ​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA ຈ.​ມ.
ສະບັບ​ນີ້​ມາໄກ​ຈາກ​ແຂວ​ງຊຽງ​ຂວາງ, ສປປ ລາວ ສົ່ງໂດຍຕົງ​
ມາ​ເຖິງ​ກຸງ ວໍ​ຊິງ​ຕັນ ​ຈາກນ້ອງ​ອະນຸສອນ ທີ່​ຂຽນ​ມາ​ຕັ້ງ​ແຕ່​ວັນ​ທີ
21 ​ເດືອນມິຖຸນາ​ພຸ້ນ ຫຼ້າ​ຊ້າ​ຂະໜາດ​ເລີຍກວ່າ​ຈະ​ໄດ້​ຮັບ​ ກໍປາ​
ເຂົ້າ​ໄປເຖິງເດືອນ​ສິງຫາ​ແລ້ວ ຕ້ອງ​ຂໍ​ຂອບ​ໃຈ​ທີ່​ຄອຍ​ຕິດຕາມ​
ແລະ​ສົ່ງຂ່າວ​ມາ​ຖາມ​ເຖິງ​ຄວາມສຸກ​ຄວາມ​ດິບມາ​ໃຫ້​ຊາບ​ກັນ
ຈົດໝາຍ​ສະບັບ​ນີ້​ຂຽນ​ມາຍາ​ວຢຽດ ຢາກ​ຊາບ​ເຖິງ​ໂຄງການ​
ປິ່ນປົວ​ໃນ​ສະ​ຫະລັດວ່າ ພໍ​ມີ​ຫຍັງຊ່ອຍ​ນ້ອງ​ອະນຸສອນ​ ໄດ້​ແດ່
​ເພາະ​ນ້ອງ​ບອກ​ມາ​ວ່າ ​ເປັນ​ໂຣກ​ແປກເພາະມີ​ເນື້ອ​ງອກປົ່ງ​ອອກ​
ມາ​ຈາກ​ດ້ານ​ຫຼັງ​ຂອງ​ດວງ​ຕາ ​ແລະ​ຕອນ​ນີ້ມັນ​ກໍ​ປົ່ງ​ຍາວ​ອອກ​ມາ
​ທາງ​ຮູດັງ​ແລ້ວ ​ໄປ​ທໍາ​ການຜ່າຕັດ ​ໃນ​ຈັງຫວັດ​ຂອນ​ແກ່ນ ປະ​ເທດ​
ໄປ​ແລ້ວ​ໃນ​ປີ 2005 ​ແຕ່​ກໍ​ປົ່ງ​ກັບ​ຄືນ​ມາຄື​ເກົ່າ ຈຶ່ງ​ຢາກ​ຂໍ​ເຄື່ອງມື ​
ເພື່ອ​ໃຫ້​ທາງ​ທ່ານໝໍ​ໃນ​ລາວ​ທໍາ​ການຜ່າຕັດ​ໃຫ້ ​ເອື້ອຍ​ວັນນະ​
ສອນ​ບໍ່​ຮູ້​ຈະເລີ່​ມຕົ້ນ​ແນວ​ໃດ​ດີ​ເພາະວ່າມັນ​ຈະ​ບໍ່​ງ່າຍ​ໆແບບ
ນັ້ນຈະ​ຕ້ອງ​ມີ​ໝໍ​ຜູ້​ຊ່ຽວຊານ
ວິນິ​ໄວ​ໂຣກຂອງ​ນ້ອງ​ກ່ອນ ວ່າ​ເປັນ​ໂຣກຫັຍງ​ແທ້​ ​ເອື້ອຍ​ວັນນະ​ສອນວ່າກວ່າ​ຈະ​ລົມ​ກັນແລະ​
ອະທິບາຍໃຫ້​ຮູ້​ເລື່ອງກໍ​ຄົງ​ຈະ​ໝົດ​ລາຍການ​ພໍດີຂໍ​ເປັນ​ກໍາລັງ​ໃຈ​ຊ່ອຍ​ແລະ​ໃຫ້​ຟັງ​ເພງ​
ສະບາຍ​ໃຈໄປກ່ອນແລ້ວຈະຄ່ອຍຫາເວລາມາຕອບຈົດໝາຍ ​ເປັນ​ການ​ສ່ວນຕົວໃຫ້ນ້ອງ
ອະນຸສອນຂໍຈັດເພງນີ້ໃຫ້ຕາມທີ່ຂໍຟັງມາເພື່ອມອບແດ່ແມ່ບົວ, ທ້າວເສົານາງດົມ ທີ່ບ້ານ
ລ່ອງກອນເອື້ອຍຈັນດີບ້ານຖໍ້າພະເຂດສຸ້ຍເມືອງພູກູດ​ ເອື້ອຍວັນນະສອນວ່າຂໍຈັດໃຫ້ຊາວ
ຊຽງຂວາງທັງໝົດນັ້ນ​ລະ​ເພື່ອ​ຈະ​ໄດ້​ຟັງ​ເພງ​ໄປ ຄິດ​ຮອດ​ຊຽງ​ຂວາງ​ໄປ ​ແລະ​ເພງຊຽງ​ຂວາງ
​ແດນ​ງາມຊຶ່ງ​ຊຸດ​ນີ້​ເປັນ​ຂອງ​ນັກ​ຮ້ອງ​ສາວ ​ເມກ​ຂະ​ຫຼາ ສະຖາພອນ ​ເພາະວ່າ​ເພງ​ຕົ້ນ​ສະບັບ​ນັ້ນ​
ແມ່ນ​ເປັນ​ຂອງ​ສິນ​ລະ​ປິນຊາຍ.
ລິງໂດຍກົງ

ເພງທີ່​ສອງ ທີ່​ຈັດ​ໃຫ້​ຟັງ​ຕໍ່​ໄປ​ນີ້ ​ເປັນ​ເພງ​ທີ່​ມີ​ຄວາມ​ໝາ​ຍດີ​ແລະ​ໄດ້​ສຽງ​ຄຸນ​ນະພາ​ບຈາກ
ສິນລະປິນໜຸ່ມ ຕີ ອຸ​ດຸ​ໄລ ຈາກ ສປປ ລາວ ມາ​ຂັບ​ຮ້ອງ​ແລ້ວ ວັນນະ​ສອນ​ວ່າ ​ເຮັດໃຫ້​
ຫຼາຍໆ​ຄູ່​ຮັກ​ທີ່​ຜິດ​ໃຈ​ກັນ​ນັ້ນ ຄືນ​ດີກັນ​ແນ່ນອນ​ໃນ​ບົດ​ເພງ “ຂໍ​ໂທດ” ຈັດ​ໃຫ້​ແຟນ​ເພງ​
ມາ​ໄລ​ທອງ ຣັດວິ​ໄລ ຈາກ New Zeland ທີ່​ສົ່ງ​ຂໍ້ຄວາມ​ຜ່ານ​ທາງ facebook ບອກ​ມາ​ວ່າ
ຮັກ​ຄົນ​ລາວ ຮັກ​ເພງ​ລາວ ​ແລະ​ທີ່​ສໍາຄັນ​ຍິ່ງ​ໄປ​ກ່ວານັ້ນ ກໍ​ຄື ມັກ​ຮັກ​ລາຍການທັງຫຼາຍ
​ທັງ​ປວງ ​ທີ່​ທາງ VOA ນໍາສະເໜີໃຫ້ທັງໂລກໄດ້ຮັບຊາບກັນ ທັນຂ່າວ ທັນເຫດການ.
ລິງໂດຍກົງ

​ແລະ​ກໍ​ມີ​ຜູ້​ຟັງ​ຊື່ ທ້າວ ສະຫວ່າງ​ທອງ ຂຽນເຂົ້າມາຜ່ານ​ທາງ website ບອກ​ມາ​ວ່າ
ມັກເອື້ອຍ​ວັນນະ​ສອນ​ເວົ້າ​ສໍານຽງ​ສະ​ຫວັນຫຼາຍ ຕາຍ​ລະ ​ເຂີນ​ອາຍ​ໄດ໋ນີ້ ​ເອົາ​ເພື່ອ​
ຕອບ​ຄໍາ​ຊົມ​ ກໍ​ຈະ​ຈັດ​ເພງ​ໃຫ້​ຟັງ ​ເອົາ​ເປັນ​ເພງ​ຂໍ​ສາວ​ໝັ້ນ​ຄົນ​ເກັ່ງ ອະ​ລຸ​ນາ ຖາ​ອວນ​ສຸກ
​ໃນ​ບົດ​ເພງ ​ເສຍ​ດາຍ.

​ຂໍ​ໃຫ້​ທຸກ​ທ່າ​ນ ນອນ​ຫຼັບ​ຝັນ​ດີ.
ລິງໂດຍກົງ
XS
SM
MD
LG