ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຊາວຝຣັ່ງແລະນັກທ່ອງທ່ຽວ ພາກັນໄປພັກຜ່ອນ ຄາຍຮ້ອນ ຢູ່ຫາດຊາຍປາຣີ (ວີດິໂອ)


French Beach
please wait
Embed

No media source currently available

0:00 0:00:30 0:00

ເບິ່ງວີດິໂອ ກ່ຽວກັບຂ່າວນີ້.

ພວກ​ມັກຕາກ​ແດດທັງຫຼາຍ​ໃນ​ນະຄອນຫຼວງປາຣີ ປະ​ເທດ​ຝຣັ່ງ
ພາກັນ​ລຸ​ຫຼັ່ງ​ໄປ​ພັກຜ່ອນຢູ່​ແຄມ​ຝັ່ງ​ແມ່​ນໍ້າ Seine ​ເພື່ອ​ຮ່ວມ​ໃນ
​ການ​ເປີດຫາດຊາຍ ເມືອງຫຼວງຂອງຝຣັ່ງ ປະ​ຈໍາປີ.

ຫາດ​ຊາຍ​ເມືອງປາຣີ ຊຶ່ງ​ໄດ້​ເປີດ​ໃຊ້​ເມື່ອ​ປີ 2002 ​ໄດ້​ຖືກ​ຕົກ​
ແຕ່ງດ້ວຍ​ຕົ້ນ​ຕານ ຕັ່ງ​ອີ້ຊາຍຫາດ ​ແລະ​ທໍ່ສະ​ເປນໍ້າ ​ເພື່ອ​ເຮັດ ​ໃຫ້​ຜູ້​ຄົນ​ໄດ້​ເຢັນ​ກາຍ.

ນອກ​ນີ້​ແລ້ວ ຍັງ​ມີ​ການສະ​ແດງ​ດົນຕີ​ໃຫ້​ເບິ່ງ​ໃຫ້​ຊົມ​ຟີ ມີ​ເກ​ມກິລາ ແລະ​ມີ​ບໍລິ​ເວນອອກ​ກໍາລັງກາ​ຍນໍາ.

ຫາດ​ຊາຍ​ດັ່ງກ່າວແມ່ນໄດ້​ຮັບ​ຄວາມ​ນິຍົມ​ຈາກ​ຊາວ​ປາຣີ ກໍ​ຄື​ພວກ​ນັກ​ທ່ອງທ່ຽວ​ ​ເຊັ່ນ​ນັກ​ທ່ອງ​ທ່ຽວ​ Andre Deblecourt ຈາກ​ປະ​ເທດ Holland ທີ່​ເວົ້າ​ວ່າ:

“ຂ້ອຍ​ຄິດ​ວ່າ ​ມັນ​ເປັນຄວາມ​ຄິດທີ່​ດີ​ ພິ​ເສດຫຼາຍ​ ຊຶ່ງ​ປົກກະຕິ​ແລ້ວ ພວກເຮົາ​
ຈະ​ບໍ່​ມີ​ແບບ​ນີ້​ຢູ່​ໃນ​ຕົວ​ເມືອງ. ສະ​ນັ້ນ ພວກ​ເຮົາ​ບໍ່ຕ້ອງ​ໄດ້​ດັ້ນ​ດົ້ນ​ໄປທະ​ເລ ​
ເພື່ອໄປ​ເບິ່ງ​ຫາດຊາຍ.”


ຫາດ​ຊາຍ​ດັ່ງກ່າວ​ຈະ​ເປີດ​ບໍລິການທຸກໆ​ວັນ ​ໄປ​ຈົນ​ເຖິງ​ວັນ​ທີ 18 ​ເດືອນ ສິງຫາ​ຕໍ່ໜ້າ​ນີ້.


Sun seekers in Paris flocked to the banks of the River Seine for the annual opening of the French capital's urban beach.

Paris Beach, which debuted in 2002, boasts palm trees, deck chairs and water sprinklers to keep people cool.

There are also free concerts, games and an exercise area.

The beach is popular with Parisians and tourists alike, like this one from Holland, Andre Deblecourt:

"I think it a wonderful idea, yes. Normally you don't see it in the city, so you don't have to go to the sea to see the beach."

The beach will be open daily until 18 August.
XS
SM
MD
LG