ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ລົງໂທດ ນາຍພົນຂັ້ນສູງ ຂອງມຽນມາ ໃນຖານຊື້ອາວຸດ ຈາກເກົາຫຼີເໜືອ


ພົນຕີ Thein Htay ທີ່ຖືກສະຫະລັດລົງໂທດ.
ພົນຕີ Thein Htay ທີ່ຖືກສະຫະລັດລົງໂທດ.
ກະຊວງການເງິນສະຫະລັດ ໄດ້ປະກາດໃນວັນອັງຄານວານນີ້ວ່າ
ຕົນໄດ້ປະກາດ​ໃຊ້ ການລົງໂທດຕໍ່ນາຍ​ພົນອະວຸໂສຄົນ​ນຶ່ງຂອງ
ມຽນມາ ຍ້ອນ​ຜູ້​ກ່ຽວ​ໄດ້ຊື້ອາວຸດຈາກເກົາຫຼີເໜືອ ຊຶ່ງເປັນການ
ຝ່າຝືນຕໍ່ຂໍ້ຫ້າມຂອງສະຫະປະຊາ​ຊາດ.

ການເຄື່ອນໄຫວດັ່ງກ່າວ ໝາຍຄວາມວ່າ ຊັບສິນໃດໆທີ່ເປັນ
ຂອງພົນໂທ Thein Htay ຢູ່ໃນສະຫະລັດນັ້ນ ແມ່ນ​ຈະ​ຖືກ​ກັກໄວ້ ແລະຊາວອະເມຣິກັນ
ກໍຈະຖືກ​ຫ້າມ ບໍ່ໃຫ້ທໍາການຄ້າກັບຜູ້ກ່ຽວ.

ນາຍ​ພົນ Htay ແມ່ນຫົວໜ້າຄະນະ​ອໍານວຍ​ການ ອຸດສາຫະກໍາປ້ອງກັນປະເທດຂອງ​
ມຽນມາ ທີ່ທາງສະຫະລັດໄດ້ລົງໂທດໃນປີກາຍນີ້ ຍ້ອນ​ມີ​ການພົວພັນຊື້ຂາຍກັບ ເກົາຫຼີ
ເໜືອນັ້ນ.

ສະຫະລັດກ່າວວ່າ ເກົາຫຼີເໜືອ​ໃຊ້​ເງິນທີ່​ໄດ້​ມາຈາກການຂາຍອາວຸດ ເພື່ອສະໜັບສະໜູນ
ໂຄງການອາວຸດນິວເຄລຍ ແລະລູກສອນໄຟຂອງ​ຕົນ.

ກະຊວງການ​ເງິນສະຫະລັດ ກ່າວວ່າ ການລົງໂທດຕໍ່ນາຍ​ພົນ Thein Htay ບໍ່​ໄດ້ແນເປົ້າ
ໝາຍ ​ໃສ່ລັດຖະບານມຽນມາ ທີ່ສະຫະລັດ​ກ່າວ​ວ່າ ຍັງສືບ​ຕໍ່​ເອົາ​ບາດກ້າວ​ໃນທາງບວກ
ເພື່ອຕັດຄວາມສໍາພັນທາງທະຫານກັບເກົາຫຼີເໜືອນັ້ນ.


The U.S. Treasury Department announced Tuesday that it has imposed sanctions on a senior Burmese general for buying weapons from North Korea in defiance of a United Nations ban.

The action means that any assets belonging to Lieutenant General Thein Htay in the United States will be frozen, and that Americans are banned from doing business with him.

Htay is chief of Burma's Directorate of Defense Industries, which the United States sanctioned last year for dealing with North Korea.

The U.S. says North Korea uses revenue from weapons sales to support its illicit nuclear and missile programs.

The Treasury Department says the sanctions against Thein Htay do not target the Burmese government, which it says is continuing to take positive steps to cut military ties with North Korea.
XS
SM
MD
LG