ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເປັນຫຍັງ ຊາວທິເບດ ຈຶ່ງຈູດເຜົາຕົນເອງ?


ນັບຕັ້ງແຕ່ປີ 2009 ເປັນຕົ້ນມາ ​ໄດ້​ມີຊາວທິເບດຈູດເຜົາຕົນເອງ ໄປຫຼາຍ ກວ່າ 110 ຄົນແລ້ວ ເພື່ອປະທ້ວງນະໂຍບາຍຂອງຈີນ ຢູ່ໃນບ້ານເກີດເມືອງນອນຂອງເຂົາເຈົ້າ. ພວກທີ່ຈູດເຜົາຕົນເອງ ນັ້ນ ໂດຍສ່ວນໃຫຍ່​ແລ້ວ ​ແມ່ນ​ເຮັດ​ເພື່ອຮຽກຮ້ອງໃຫ້ໃຫ້ອົງດາ ໄລ ລາມະ ກັບຕ່າວຄືນສູ່ທິເບດ ແລະຮຽກ ຮ້ອງ​ເອົາ​ເສລີພາບ​ ໃຫ້ຊາວທິເບດ. ລັດຖະບານຈີນຖື​ເບົາການ​ກະທໍາ​ເຫລົ່າ​ນັ້ນ ວ່າ ເປັນແຜນການທາງການເມືອງຂອງອົງດາໄລ ລາມະ ແລະພວກ ນັບຖືພະອົງ ເພື່ອທໍາລາຍສະຖຽນລະພາບຢູ່​ໃນທິເບດແລະສ້າງ ຄວາມ ເສື່ອມເສຍໃຫ້ແກ່ໂຄງການພັດທະນາສ້າງສາ​ທິ​ເບ​ດໃຫ້ ກ້າວໜ້າທັນສະໄໝ ຂອງປັກກິ່ງ.

ຕອນຕ່າງໆຂອງເລື້ອງ

ເບິ່ງໝົດທຸກຕອນ
XS
SM
MD
LG