ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈະຫຼວດ ທີ່ຍິງຈາກ ຊີເຣຍ ຕົກໃສ່ ເລບານອນ


ເສດເຫຼືອຂອງລູກຈະຫຼວດ ທີ່ຕົກໃສ່ພາກຕາເວັນອອກເລບານອນ (28 ພຶດສະພາ 2013)
ເສດເຫຼືອຂອງລູກຈະຫຼວດ ທີ່ຕົກໃສ່ພາກຕາເວັນອອກເລບານອນ (28 ພຶດສະພາ 2013)
ບັນຫາຂັດແຍ້ງທີ່ນອງເລືອດ ຊຶ່ງດຳເນີນມາເປັນເວລາ 2 ປີ ໃນຊີ
ເຣຍ ອີກຄັ້ງນຶ່ງໄດ້ແຜ່ລາມຂ້າມຊາຍແດນເຂົ້າໄປໃນເລບານອນ ບ່ອນທີ່ເຈົ້າໜ້າທີ່ກ່າວວ່າມີຈະຫຼວດຫຼາຍໆລູກໄດ້ຕົກໃສ່ພາກຕາ ເວັນອອກຂອງປະເທດດັ່ງກ່າວ ໃນມື້ວັນສຸກວານນີ້.

ເຈົ້າໜ້າທີ່ຮັກສາຄວາມສະຫງົບ ກ່າວວ່າ ມີຈະຫຼວດ ທີ່ຍິງຈາກຊີ
ເຣຍ ຢ່າງໜ້ອຍ 6 ລູກ ໄດ້ຕົກໃສ່ເຂດ Bekaa ໃນພາກຕາເວັນ
ອອກຂອງເລບານອນ ແຕ່ໄດ້ຕົກໃສ່ທົ່ງນາໂດຍບໍ່ໄດ້ສ້າງຄວາມ ເສຍຫາຍແລະເຮັດໃຫ້ມີຜູ້ບາດເຈັບລົ້ມຕາຍແຕ່ປະການໃດ.

ເຂດ Bekaa ເປັນທີ່ໝັ້ນ ຂອງກຸ່ມຫົວຮຸນແຮງ Hezbollah ໃນເລບານອນ ຊຶ່ງພວກນັກລົບ ຂອງກຸ່ມດັ່ງກ່າວ ໄດ້ຖືກສົ່ງເຂົ້າໄປໃນຊີເຣຍເພື່ອສູ້ລົບຄຽງບ່າຄຽງໄຫຼ່ກັບກຳລັງທະຫານລັດ ຖະບານຊີເຣຍຂອງປະທານາທິບໍດີ Bashar al-As-sad.

ເລບານອນຊຶ່ງໃນເວລານີ້ຍັງບໍ່ທັນປະກາດເຂົ້າຂ້າງຝ່າຍໃດຝ່າຍນຶ່ງຢ່າງເປັນທາງການເທື່ອ ໃນສົງຄາມກາງເມືອງຊີເຣຍນັ້ນໄດ້ຖືກຍິງໂຈມຕີດ້ວຍລູກຈະຫຼວດຈຳນວນນຶ່ງເມື່ອສອງສາມ ເດືອນຜ່ານມານີ້ ຊຶ່ງຫຼາຍໆຄັ້ງແມ່ນໄດ້ຕົກລົງໃສ່ ເຂດທີ່ນິຍົມກຸ່ມຫົວຮຸນແຮງ Hezbollah.

ນອກນັ້ນແລ້ວ ການປະທະກັນລະຫວ່າງພວກສະໜັບສະໜຸນແລະພວກຄັດຄ້ານປະທານາທິ ບໍດີ Assad ໃນເລບານອນ ຍັງເຮັດໃຫ້ມີຜູ້ເສຍຊີວິດອີກຫຼາຍສິບຄົນໃນໄລຍະສອງສາມອາ ທິດຜ່ານມານີ້.
XS
SM
MD
LG