ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ການຄ້າຍັງຄຶກຄັກ ຢູ່ເມືອງຊາຍແດນຈີນ ຕິດກັບເກົາຫລີເໜືອ


ຄວາມສໍາພັນອັນໃກ້ຊິດຂອງຈີນກັບເກົາຫຼີເໜືອ ແມ່ນ​ແລເຫັນ​ໄດ້ຢ່າງຊັດເຈນທີ່ສຸດ ຢູ່ໃນຫຼາຍໆ ຫົວເມືອງໃຫຍ່ແລະ​ນ້ອຍ ທີ່ຕັ້ງຢູ່ເລາະເຂດຊາຍ ແດນຂອງປະເທດທັງສອງ ບ່ອນທີ່ການຄ້າຂາຍ ສອງຝ່າຍຢ່າງຄຶກຄັກ ພວກຄົນງານຕ່າງດ້າວ ຊາວເກົາຫຼີເໜືອ ແລະທຸລະກິດການທ່ອງທ່ຽວ ​ ເປັນຫຼັກຖານຊີ້ໃຫ້ເຫັນເຖິງຄວາມສໍາພັນກັນ ທີ່ອົບອຸ່ນ. ຕົວຢ່າງໃນເມືອງຊາຍແດນ Yanji ຂອງແຂວງ Jilin ທີ່ບໍ່ມີທາງອອກສູ່ທະເລ ຢູ່ ທາງພາກເໜືອຂອງຈີນນັ້ນ ຫຼາຍໆຄົນ​ແມ່ນມີ​ ຄວາມ​ກະຕືລື​ລົ້ນ ຢາກ​ຈະ​ເຫັນ​ສະພາບ​ການ ​ທີ່​ສະຫງົບ​ກ່ວາ​ເວລານີ້ ຢູ່ໃນແຫຼມເກົາຫຼີນັ້ນ.

XS
SM
MD
LG