ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຫະລັດວ່າ ພົບສານກົ່ວໃນລະດັບສູງ ຢູ່ໃນເຂົ້າຈາກຕ່າງປະເທດ


ການພົບເຫັນເຂົ້າທີ່ເຈືອປົນດ້ວຍສານພິດເຄມີ ກໍາລັງສ້າງຄວາມເປັນຫ່ວງ ອີກຄັ້ງນຶ່ງ ໃຫ້ແກ່ ພວກຊາວນາແລະຜູ້ບໍລິໂພກໄປຕາມໆກັນ. ຜົນການສຶກສາຄົ້ນຄວ້າບັ້ນນຶ່ງ ໂດຍບັນດາ ນັກວິທະຍາສາດໃນລັດ New Jersey ທາງ ພາກຕາເວັນອອກຂອງສະຫະລັດ ໄດ້ພົບ ເຫັນທາດກົ່ວໃນລະດັບສູງ ເຈືອປົນຢູ່ໃນເຂົ້າ ທີ່ມາຈາກຕ່າງປະເທດ ໂຮມທັງຢູ່ໃນອາຫານ ເດັກບາງຊະນິດ. ການພົບເຫັນດັ່ງກ່າວນີ້ແມ່ນ ຕິດຕາມມາຫຼັງຈາກການສຶກສາຄົ້ນຄວ້າຫຼາຍໆ ບັ້ນເມື່ອປີຜ່ານມາ ທີ່ໄດ້ພົບເຫັນສານໜູຢູ່ໃນ ເຂົ້າ ແລະຜະລິດຕະພັນທີ່ເຮັດຈາກເຂົ້າ. Robert Raffaele ຜູ້ສື່ຂ່າວວີໂອເອ ອະທິ ບາຍວ່າ ບັນຫາດັ່ງກ່າວນີ້ ແມ່ນຮ້າຍແຮງ ເປັນພິເສດ ຍ້ອນວ່າທົ່ວໂລກກໍາລັງອາໄສ ເຂົ້າເປັນອາຫານຫຼັກ ຫຼາຍຂຶ້ນນັບມື້.

ຕອນຕ່າງໆຂອງເລື້ອງ

ເບິ່ງໝົດທຸກຕອນ
XS
SM
MD
LG