ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Maduro ສາບານໂຕ ເຂົ້າຮັບຕໍາແໜ່ງ ປະທານາທິບໍດີ ເວເນຊູເອລາ (ວີດິໂອ)


ທ່ານ Maduro ອາຍຸ 50 ປີ ​ໄດ້ຖືກ​ປະກາດ​​ໃຫ້ເປັນ​ຜູ້​ຊະນະ ​
ໃນ ການ​ເລືອກ​ຕັ້ງ​ປະທານາທິບໍດີ​ ເມື່ອ​ວັນ​ອາທິດ​ແລ້ວ​ນີ້ ​
ທ່ານ Maduro ອາຍຸ 50 ປີ ​ໄດ້ຖືກ​ປະກາດ​​ໃຫ້ເປັນ​ຜູ້​ຊະນະ ​ ໃນ ການ​ເລືອກ​ຕັ້ງ​ປະທານາທິບໍດີ​ ເມື່ອ​ວັນ​ອາທິດ​ແລ້ວ​ນີ້ ​
ບັນດາ​ຜູ້​ສະໜັບສະໜູນ ພາກັນ​ຮ້ອງ​ໂຮສະ​ແດງ​ຄວາມ​ດີ​ອົກ
ດີ​ໃຈ​ນໍາ ປະ​ທາ​ນາ​ທິບໍດີ ທີ່​ຖືກເລືອກ​ໃໝ່ ຂອງ​ເວ​ເນ​ຊູ​ເອລາ
ທ່ານ Nicholas Maduro ຫລັງ​ຈາກ​ທີ່​ທ່ານ​ໄດ້​ສາບານ​ໂຕ ​
ເຂົ້າ​ຮັບ​ຕໍາ​ແໜ່​ງ​ໃນ​ວັນ​ສຸກ​ວານ​ນີ້ ​ໃນ​ນະຄອນຫລວງກາ​ຣາ​ກັສ.

ທ່ານ Maduro ອາຍຸ 50 ປີ ​ໄດ້ຖືກ​ປະກາດໃຫ້ເປັນ​ຜູ້​ຊະນະ ​
ໃນການ​ເລືອກ​ຕັ້ງ​ປະທານາທິບໍດີ​ເມື່ອ​ວັນ​ອາທິດ​ແລ້ວ​ນີ້ ​ດ້ວ​ຍຄະ​ແນນ​ສຽງຢ່າງ​ໝິ່ນໆ ຄື​ລື່ນ​ກັນ​ພຽງ 267.000 ສຽງຈາກບັດ​ຄະ​ແນນ​ສຽງ​ ທັງ​ໝົດ 14 ລ້ານ​ 9 ​ແສນ​ສຽງ.

ຜູ້​ນໍາ​ຝ່າຍ​ຄ້ານ ທ່ານ Henrique Capriles ​ໄດ້​ກ່າວ​ຫາ​ວ່າ ມີ​ຫລາ​ຍສິ່ງ​ຫລາຍຢ່າງ​ ທີ່​ບໍ່​
ເປັນ​ປົກກະ​ຕິ ​ໃນ​ການ​ປ່ອນ​ບັດ.

ຢູ່​ໃນ​ຄໍາ​ຖະ​ແຫລ​ງ​ເຂົ້າ​ຮັບ​ຕໍາ​ແໜ່ງ ຕໍ່ໜ້າ​ສະພາ​ແຫ່ງ​ຊາດນັ້ນ ທ່ານ Meduro ກ່າວ​ວ່າ
ທ່ານ​ກຽມ​ພ້ອມ​ແລ້ວທີ່​ຈະ​ສົນທະນາ​ກັບ ທ່ານ Capirles ຊຶ່ງ​ທ່ານ​ເວົ້າ​ວ່າ:

“ຂ້າພະ​ເຈົ້າ​ເຕັມໃຈ​ທີ່​ຈະ​ສົນທະນາ​ກັບ ​ແມ່ນ​ແຕ່​ໂຕຜີ​ສາດ​ເອງ ຖ້າ​ຫາກ​ວ່າ​
ຈໍາເປັນ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ຢຸດ​ກຽດ​ຊັງ​ຂ້າພະ​ເຈົ້າ ​ແລະ​ເຊົາ​ຕໍ່​ຕ້ານ​ປະຊາຊົນ
​ເພື່ອ​ໃຫ້​ເຂົາ​ເຈົ້າ​ຢຸດ ການຂາດ​ຄວາມ​ອົດທົນ ບໍ່​ຍອມ​ຜ່ອນຜັນ​ຂອງ​ພວກ​
ເຂົາ​ເຈົ້ານັ້ນ.”


ຢູ່​ທີ່​ແຫ່ງ​ອຶ່ນໆ​ໃນນະຄອນຫລວງ​ກາຣາ​ກັສ ພວກ​ທີ່​ຄັດຄ້ານທ່ານ Maduro ພາກັນ​ເດີນ​
ຂະ​ບວນ​ໄປ​ຕາ​ມຖະໜົນ​ຫົນທາງ ​ແລະຕີ​ໜໍ້​ແຫກ​ແຕກ​ໂປະ ​ເພື່ອ​ສະ​ແດງ​ຄວາມໂກດ​
ແຄ້ນ​ຂອງ​ເຂົາ​ເຈົ້າ.

ຊາວ​ເວ​ເນ​ຊູ​ເອລາ ​ໄດ້​ປ່ອນ​ບັດ​ເລືອກ​ເອົາປະທານາທິບໍດີ Maduro ​ ໃນ​ວັນ​ອາ​ທິດ​ແລ້ວ​ນີ້ ໃຫ້ຂຶ້ນ​ຮັບ​ຕໍາ​ແໜ່​ງແທນ​ ມື້​ລາງ​ຜູ້​ນໍາ​ຫົວສັງຄົມ​ນິຍົມ ທ່ານ Hugo Chavez ທີ່​ໄດ້​ເສຍ​ຊີວິດ​ໄປ​ໃນ​ເດືອນ​ແລ້ວ​ນີ້ ຍ້ອນ​ໂຣກ​ມະ​ເຮັງ. ທ່ານ Maduro ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ ທີ່​ຈະ​ສືບ​ຕໍ່ ດໍາ​ເນີນອັນ​ທີ່​ທ່ານ​ຮ້ອງ​ວ່າ ການ​ປະຕິວັດ ຂອງ​ທ່ານ Chavez.

Venezuela Inauguration
please wait

No media source currently available

0:00 0:00:46 0:00
XS
SM
MD
LG