ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໜັງສືພິມເອກກະຊົນ ໃນມຽນມາ ໄດ້ຮັບອະນຸຍາດ ໃຫ້ພິມເຜີຍແຜ່ແລ້ວ


ໜັງສືພິມ 16 ສະບັບຂອງມຽນມາ ທີ່ໄດ້ຮັບ ອະນຸຍາດໃຫ້ດໍາເນີນກິດຈະການໄດ້ ເລີ້ມ​ແຕ່ ວັນທີ 1 ເມສາ ຜ່ານມານີ້ ​ແມ່ນເປັນໜັງສືພິມ ລາຍ​ວັນເອກກະຊົນ ທີ່ໄດ້ຮັບອະນຸຍາດໃຫ້ ເລິ່ມບໍລິການພິມອອກຈໍານ່າຍໃນມຽນມາໄດ້ ໃນ​ໄລຍະເກືອບ 50​ ປີ ແຕ່ເຫດການສໍາຄັນ ນີ້ ມີຂຶ້ນທ່າມກາງສຽງໂວຍວາຍ ກ່ຽວກັບກົດ ໝາຍສື່ມວນຊົນຂອງມຽນມາ ທີ່ຮ່າງຂຶ້ນມາ ໃໝ່ໆ ​ແລະຫາກໍເປີ​ດເຜີຍ​ໃຫ້​ຮູ້ ຊຶ່ງບັນດານັກ ວິຈານເວົ້າວ່າ ກົດໝາຍໃໝ່ທີ່ວ່ານີ້ ອາດເຮັດ ໃຫ້ຄໍາໝັ້ນສັນຍາຂອງລັດຖະບານ ທີ່ຈະໂຍະ ຍານອຸດສາຫະກໍາສື່ມວນຊົນ ທີ່ຖືກຄວບຄຸມ ຢ່າງເຄ່ງຄັດມາດົນນານນັ້ນ ບໍ່​ເປັນຄວາມ​ຈິງ​ ຂຶ້ນ​ມາ.

ຕອນຕ່າງໆຂອງເລື້ອງ

ເບິ່ງໝົດທຸກຕອນ
XS
SM
MD
LG