ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພິທີສາບານໂຕ ເຂົ້າຮັບຕໍາແໜ່ງ ສະໄໝທີສອງ ຂອງປະທານາທິບໍດີ ໂອບາມາ


ປະທານາທິບໍດີບາຣັກ ໂອບາມາ ໄດ້ສາບານຕົວເຂົ້າຮັບຕໍາແໜ່ງ ປະທານາທິບໍດີສະໄໝທີສອງ ຕໍ່ໜ້າມະຫາຊົນ ເມື່ອວັນຈັນ ທີ 21 ມັງກອນຜ່ານມານີ້ ໂດຍມີປະຊາຊົນຫຼາຍແສນຄົນພາກັນ​ໄປ ເຕົ້າໂຮມກັນຢູ່ທີ່ສະໜາມຫຼວງ ໃນນະຄອນຫລວງວໍຊິງຕັນ ດີຊີ ເພື່ອຊົມພິທີສາບານຕົວດັ່ງກ່າວ ມືໂບກທຸງຊາດອະເມຣິກັນ ພ້ອມກັບຮ້ອງໂຮສະໜັບສະໜຸນປະທານາທິບໍດີ ຄົນທີ 44 ຂອງປະ​ເທດ. Carolyn Presutti ຜູ້ສື່ຂ່າວວີໂອເອ ນໍາເອົາ ພາບແລະສຽງຂອງບັນຍາກາດ ໃນພິທີສາບານຕົວປະທານາ ທິບໍດີ ຄັ້ງທີ 57 ຂອງສະຫະລັດ ມາ​ໃຫ້ຊົມ.

XS
SM
MD
LG