ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຮ້ານກະດາດຫຼິ້ນເກມ ຂອງເດັກຊາຍ Caine ດົນໃຈເດັກນ້ອຍທົ່ວໂລກ


ເດັກຊາຍຄົນນຶ່ງຢູ່ນະຄອນ Los Angeles ລັດແຄລິຟໍເນຍ ໄດ້​ ເຮັດຮ້ານກະດາດຫຼິ້ນເກມ​ນ້ອຍໆ ທີ່ເປັນແຖວຫຼິ້ນເກມແບບ ງ່າຍໆ ທີ່ລາວສ້າງຂຶ້ນ ດ້ວຍກ່ອງເຈ້ຍແຂງຫຼືຄາດບອດບ໊ອກຊ໌. ຮ້ານກະດາດຫຼິ້ນເກມທີ່​ວ່ານີ້ໄດ້ ຮັບຄວາມສົນໃຈ ຈາກຜູ້ສ້າງ ຮູບເງົາຄົນ​ນຶ່ງ ທີ່ສ້າງຮູບເງົາສັ້ນໆກ່ຽວກັບ ຮ້ານຫຼິ້ນເກມຂອງ ເດັກຊາຍ Caine ແລະເອົາຮູບ​ເງົາເລຶ່ອງນີ້ລົງໃນເວັບໄຊ້ທ໌. ສິ່ງທີ່ເກີດຂຶ້ນຕໍ່​ຈາກນັ້ນ ບໍ່ພຽງແຕ່ໄດ້ປ່ຽນແປງຊີວິດຂອງເດັກ ຊາຍ ຄົນນີ້ເທົ່ານັ້ນ ແຕ່ມັນໄດ້ດົນຈິດດົນໃຈເດັກນ້ອຍທັງຫຼາຍ ໃນທົ່ວໂລກ.

XS
SM
MD
LG