ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາວ Shi’ite ສືບຕໍ່ ປະທ້ວງ ຄວາມຮຸນແຮງ ໂດຍບໍ່ຍອມຝັງສົບ


ຊາວມູສລິມນິກາຍ Shi'ite ນັ່ງຢູ່ຂ້າງຫີບສົບ ຂອງຍາດຜູ້ເສຍຊີວິດ
ໃນເຫດການໂຈມຕີທາງສາສະໜາ ທີ່ຮ້າຍແຮງທີ່ສຸດໃນປາກີສຖານ.
ຊາວມູສລິມນິກາຍ Shi'ite ນັ່ງຢູ່ຂ້າງຫີບສົບ ຂອງຍາດຜູ້ເສຍຊີວິດ ໃນເຫດການໂຈມຕີທາງສາສະໜາ ທີ່ຮ້າຍແຮງທີ່ສຸດໃນປາກີສຖານ.
ນາຍົກລັດຖະມົນຕີປາກີສຖານ ​ໄດ້​ບິນ​ໄປ​ຍັງ​ເມືອງ Quetta ທາງພາກຕາ​ເວັນ​ຕົກ ສຽງ​ໃຕ້​ຂອງ​ປະ​ເທດ ​ເພື່ອ​ພົບ​ປະ​ກັບ​ບັນດາ​ຄອບຄົວຊາວ Shi’ite ທີ່​ພາກັນ​ປະ​ທ້ວງ​ຢູ່​ຂ້າງ​ຫີບ ​ສົບ​ຂອງ​ສະມາຊິກ​ຄອບ​ຄົວ​ຜູ້​ເສຍ​ຊີວິດ ​ໃນ​ເຫດການ​ໂຈມ​ຕີ​ລະຫວ່າງ​ ສາສະໜາ​ທີ່​ຮ້າຍ​ແຮງທີ່​ສຸດບັ້ນ​ນຶ່ງ​ຂອງປາ​ກີ​ສຖານ.

ນາຍົກລັດຖະມົນຕີ Raja Pervez Ashraf ​ໄດ້​ບິນ​ໄປ​ຍັງ​ເມືອງ Quetta ​ໃນ​ວັນ​ອາທິດ​ມື້​ນີ້ ຊຶ່ງເປັນ​ມື້​ທີ່​ສາມຂອງການ​ປະ​ທ້ວງ​ ຫຼັງຈາກ​ເຫດວາງ​ລະ​ເບີດ​ເມື່ອ​ວັນ​ພະຫັດ​ຜ່ານ​ມາ​ ທີ່​ ໄດ້​ສັງຫານເກືອບ 100 ຄົນ​ນັ້ນ.

ການ​ປະຕິ​ເສດ​ບໍ່​ຍອມຝັງ​ຄົນ​ຕາຍ ​ແມ່ນ​ເປັນ​ການ​ປະ​ທ້ວງ​ທີ່​ຮຸນ​ແຮງ​ທີ່​ສຸດ​ໃນ​ສັງຄົມອີສ ລາມ ຊຶ່ງປົກກະຕິ​ແລ້ວ ​ແມ່​ນຈະ​ຝັງສົບ​ຄົນ​ຕາຍ ພາຍ​ໃນ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງຫຼັງຈາກເສຍ​ຊີວິດ.

ຕໍາຫຼວດ​ເວົ້າ​ວ່າ ການວາງລະ​ເບີດ​ໄດ້​ແນ​ເປົ້າໝາຍ​ໃສ່​ເຂດ​ນຶ່ງ​ຂອງ​ເມືອງ Quetta ທີ່​ມີ
ຊົນ​ເຜົ່າ Hazaras ຊຶ່ງ​ເປັນ​ຊາວ​ມຸສລິ​ມ ນິກາຍ Shi’ite ອາ​ໃສ​ຢູ່​ເປັນ​ສ່ວນ​ໃຫຍ່ນັ້ນ. ກຸ່ມ Lashkar-e-Jhangvi ທີ່ຜິດ​ກົດໝາຍ ຊຶ່ງ​ເປັນ​ກຸ່ມ​ຫົວ​ຮຸນ​ແຮງຂອງ​ຊາວ​ມຸສລິ​ມນິກາຍ Sunni ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ ສໍາລັບການ​ໂຈມ​ຕີ​ດັ່ງກ່າວ.
XS
SM
MD
LG