ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ ກ່າວວ່າ ສະຖານະ​ການ ຊາວໂຣຮິງ​ຢາ ໃນ​ມຽນມາ​ “ຮ້າຍ​ແຮງ​ທີ່​ສຸດ”


ຍິງມຸສລິມໂຣຮິງຢາ ຢູ່ໃນສູນອົບພະຍົບ
ຍິງມຸສລິມໂຣຮິງຢາ ຢູ່ໃນສູນອົບພະຍົບ
ຫົວໜ້າອົງການ​ມະນຸດສະ​ທໍາສະຫະ​ປະຊາ​ຊາດ ​ໄດ້ກ່າວ​ເຖິງ​ ສະຖານະ​ການຂອງ​ຊາວ ມຸສລິ​ມ​ໂຣຮິງ​ຢາ ໃນ​ມຽນມາ​ວ່າ “ຮ້າຍ​ແຮງ​ທີ່​ສຸດ” ​ເວລາ​ທ່ານ​ນາງ​ໄດ້ໄປ​ຢ້ຽມຢາມ​ສູນ ອົບ​ພະຍົບ​ແຫ່ງ​ຕ່າງໆ ທີ່ແອ​ອັດໄປ​ດ້ວຍ​ພວກ​ທີ່ຫຼົບໜີ​ຈາກເຫດການ​ຮຸນ​ແຮງ​ ລະຫວ່າງ​ຊົນ​ຊາດ​ຊົນ​ເຜົ່າ​ຢູ່​ໃນ​ປະເທດ​ດັ່ງກ່າວ.

ທ່ານ​ນາງ Valeria Amos ຫົວໜ້າ​ອົງການ​ມະນຸດສະ​ທໍາ ​ກ່າວ​ວ່າ ທ່ານ ນາງ​ໄດ້​ເຫັນ​ດ້ວຍ​ຕາ​ຕົນເອງວ່າ ມີປະຊາຊົນຈຳນວນຫຼາຍພັນ​ຄົນທີ່​ແອ​ອັດ ກັນ​ຢູ່​ ໃນ​ສູນອົບ​ພະ​ຍົບທີ່​ບໍ່​ໄດ້​ມາດຕະຖານຫຍັງ​ເລີຍ​ບວກ​ກັບ​ການ​ອະນາ​ ໄມ​ທີ່​ຂີ້ຮ້າຍ​ນໍາ​ເຊັ່ນ​ກັນ ​ໃນ​ລະຫວ່າງ​ການ​ຢ້ຽມຢາມ ​ສູນ​ອົບ​ພະຍົບຫຼາຍ​ໆ ແຫ່ງ​ເມື່ອ​ວັນ​ພະຫັດ​ມື້​ນີ້ ​ທີ່​ລັດ Rakhine ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ມຽນ ມານັ້ນ.

ສະຫະ​ປະຊາ​ຊາດ​ເວົ້າ​ວ່າ ມີ​ປະຊາຊົນຈໍ​ານວນ 115,000 ກວ່າ​ຄົນ ​ໄດ້ ພັດ​ພາກ​ຈາກ​ບ່ອນຢູ່​ອາໄສ ໃນທົ່ວ​ລັດຣາຄີ​ນ ​ຫຼັງຈາກ​ໄດ້​ເກີດ​ເຫດການ​ຄວາມ​ຮຸນແຮງລະຫວ່າງ​ຊາວ​ມຸສລິ​ມແລະ​ຊາວ​ພຸດທີ່​ລະ​ເບີດ​ຂຶ້ນ​ໃນ​ເດືອນ​ມິຖຸນາ​ ແລະ​ກໍ​ເກີດ​ຂຶ້ນຊໍ້າອີກ​ໃນ​ເດືອນ​ຕຸລາ​ຜ່ານ​ມາທີ່​ໄດ້​ເຮັດ​ໃຫ້ຫຼາຍສິບຄົນ​ເສຍ​ຊີວິດ ​ແລະ​ທໍາລາຍ​ບ້ານ​ເຮືອນ​ວອດ​ວາຍຫຼາຍພັນ ຫຼັງ.

​ທ່ານ​ນາງ Amos ກ່າວ​ອີກ​ວ່າ ເຖິງ​ແມ່ນ​ເຫດການ​ຄວາມ​ຮຸນ​ແຮງດັ່ງກ່າວ ນີ້​ໄດ້​ສະຫງົບ ລົງ​ແລ້ວ​ກໍ​ຕາມ ​ແຕ່​ລະດັບ​ຄວາມ​ເຄັ່ງ​ຕຶງ​ລະຫວ່າງປະຊາ​ຄົມ​ກຸ່ມຕ່າງໆ​ຍັງ​ສູງ​ຢູ່ ​ແລະ ຫຼາຍໆ​ຄົນ​ກໍ​ຢູ່​ດ້ວຍ​ຄວາມ​ຢ້ານ​ກົວ ທ່ານ​ນາງ​ກ່າວ​ຕໍ່​ໄປ​ວ່າ ທ່ານ​ນາງ​ຮູ້ສຶກ​ສະ​ເທືອ​ນ​ໃຈ ຫຼາຍທີ່​ສຸດ ທີ່​ພວກ​ທະຫານຕ້ອງໃຫ້​ປະຊາ​ຄົມ​ຕ່າງໆແຍກ​ກັນ​ຢູ່​ໃຜ​ຢູ່​ມັນ ໃນຄວາມ​ພະຍາ ຍາມ ເພື່ອຈະ​ບັງຄັບ​ໃຫ້ເກີດ​ຄວາມສະຫງົບ​.

ກຸ່ມ​ປົກ​ປ້ອງສິດ​ທິມະນຸດຕ່າງໆ​ໄດ້​ຕໍາ​ໜິຕິຕຽນ​ມຽນມາ ທີ່​ຍອມ​ອະນຸມັດ​ໃຫ້ຊາວ​ໂຣຮິງຢາ ຈຳນວນ​ຫຼວງຫຼາຍ ບໍ່​ໃຫ້​ໄດ້​ຮັບ​ສິດທິ​ຂັ້ນ​ພື້ນຖານ​ຕ່າງໆ​ໂຮມ​ທັງ​ການ​ໃຫ້​ສັນຊາດ​ມຽນມາ​ແກ່​ພວກ​ເຂົາ​ເຈົ້າ ຊຶ່ງ​ທ່ານ​ນາງ​ອາ​ໂມ​ສ ກ່າວ​ເມື່ອ​ວັນ​ພະຫັດ​ມື້​ນີ້​ວ່າ ຊາວໂຣຮິງ​ຢາຫຼາຍ ຄົນ​ທີ່​ພັດ​ພາກ​ຈາກ​ບ້ານ​ຢູ່​ອາໄສ​ນັ້ນ ບໍ່​ມີ​ວຽກ​ເຮັດ​ງານ​ທໍາ ລູກໆ​ຂອງ​ພວກ​ເຂົາ​ເຈົ້າ ກໍ​ບໍ່​ໄດ້​ເຂົ້າ​ໂຮງຮຽນ ​ແລະ​ກໍ​ອອກ​ຈາກ​ສູນ​ອົບ​ພະຍົບບໍ່​ໄດ້​ຢ່າງ​ເສລີ​ຍ້ອນ​ຂໍ້​ຈໍາກັດ​ຮັດ​ແຄບ​ຕໍ່​ການ​ເຄຶ່ອນ​ໄຫວ​ໄປມາ​ຂອງພວກອົງການເຂົາ​ເຈົ້ານັ້ນ.
XS
SM
MD
LG