ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປະທານາທິບໍດີຝຮັ່ງ ເດີນທາງໄປ ຢ້ຽມຢາມ ເລບານອນ


ທ່ານ Michel Suleiman (ທີສອງຊ້າຍ) ປະທານາທິບໍດີເລບານອນ ແລະ ທ່ານ Francois Hollande (ທີສອງຂວາ) ປະທານາທິບໍດີຝຣັ່ງ ກວດກອງອາລັກຂາກຽດຕິຍົດ ທີ່ທໍານຽບປະທານາທິບໍດີໃນເຂດ Baabda ທາງພາກຕາເວັນອອກຂອງກຸງ Beirut ໃນວັນທີ 4 ພະຈິກ, 2012.
ທ່ານ Michel Suleiman (ທີສອງຊ້າຍ) ປະທານາທິບໍດີເລບານອນ ແລະ ທ່ານ Francois Hollande (ທີສອງຂວາ) ປະທານາທິບໍດີຝຣັ່ງ ກວດກອງອາລັກຂາກຽດຕິຍົດ ທີ່ທໍານຽບປະທານາທິບໍດີໃນເຂດ Baabda ທາງພາກຕາເວັນອອກຂອງກຸງ Beirut ໃນວັນທີ 4 ພະຈິກ, 2012.
ປະທານາທິບໍດີຝຣັ່ງ ໄດ້ເດີນທາງໄປຢ້ຽມຢາມເລບານອນ
ເປັນເວລາສັ້ນໆ ເພື່ອ ສະແດງການສະໜັບສະໜຸນ ຕໍ່ປະ
ເທດດັ່ງກ່າວ ໃນທ່າມກາງການກໍ່ຄວາມຮຸນແຮງ ທີ່ກໍາລັງ
ດໍາເນີນໄປຢູ່ໃນ ຊີເຣຍປະເທດເພື່ອນບ້ານ. ຄວາມຮຸນແຮງ
ດັ່ງກ່າວ ໄດ້ແຜ່ລາມຂ້າມຊາຍແດນໄປຫາເລບານອນ ແລະ
ໄດ້ເພີ້ມທະວີຄວາມ ຮ້າຍແຮງຂຶ້ນ ໃນຊຸມເດືອນໝໍ່ໆມານີ້.

ທ່ານ Francois Hollande ໄດ້ໄປເຖິງກຸງເບຣຸດໃນວັນອາທິດ
ມື້ນີ້ ບ່ອນທີ່ ທ່ານໄດ້ພົບປະສົນທະນາກັບຄູ່ຕໍາແໜ່ງຂອງທ່ານ
ປະທານາທິບໍດີ Michel Suleiman.

ການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນເວລາ 2 ອາທິດ ລຸນຫລັງ
ເຫດການວາງ ລະເບີດລົດ ຢູ່ໃນກຸງເບຣຸດ ຊຶ່ງທາງຝ່າຍຄ້ານ
ລັດຖະບານຖິ້ມໂທດໃສ່ປະ ທານາທິບໍດີຊີເຣຍ ທ່ານ
Bashar al-Assad ແລະໄດ້ຮຽກຮ້ອງໃຫ້ນາຍົກລັດຖະມົນຕີ ເລບານອນລາອອກຈາກ ຕໍາແໜ່ງ ແລະກ່າວຫາຝ່າຍລັດຖະບານ ວ່າ ສົມຮູ້ຮ່ວມຄິດກັບລັດຖະບານ ດາມັສກັສ.

ປະທານາທິບໍດີ Hollande ມີກໍານົດເດີນທາງຕໍ່ໄປທີ່ Saudi Arabia ຫລັງຈາກເສັດສິ້ນ ການຢ້ຽມຢາມເລບານອນ ໃນມື້ນີ້ ເພື່ອພົບປະກັບກະສັດ Abdullah ເພື່ອປຶກສາຫາລື ກັບພະອົງ ກ່ຽວກັບເລື້ອງຊີເຣຍ.

ຂະນະດຽວກັນ ຢູ່ຊີເຣຍ ໃນວັນອາທິດມື້ນີ້ ໂທລະພາບຂອງລັດລາຍງານວ່າ ໄດ້ເກີດເຫດ ລະເບີດຂຶ້ນ ຢູ່ໃກ້ໆໂຮງແຮມ Dama Rose ໃນນະຄອນຫລວງດາມັສກັສ ເຮັດໃຫ້ ຫລາຍຄົນໄດ້ຮັບບາດເຈັບ.

ຄວາມຂັດແຍ້ງຢູ່ຊີເຣຍ ໄດ້ກ້າວເຂົ້າສູ່ເດືອນທີ 20 ແລ້ວ ແລະໄດ້ເຮັດໃຫ້ຄົນເສຍຊີວິດ ປະມານ 36 ພັນຄົນ.

ມີຫລາຍໆຮ້ອຍຄົນເສຍຊີວິດເມື່ອໝໍ່ໆມານີ້ ເວລາລັດຖະບານເພີ້ມທະວີການໂຈມຕີ ທາງອາກາດໃສ່ເຂດຕ່າງໆ ທີ່ຢູ່ໃຕ້ການ ຄວບຄຸມຂອງພວກກະບົດ.

ພວກນັກເຄື່ອນໄຫວເວົ້າວ່າ ມີຫລາຍກວ່າ 4,500 ຄົນເສຍຊີວິດໄປ ໃນເດືອນແລ້ວນີ້.
XS
SM
MD
LG