ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກການເມືອງໃນລັດແຄລິຟໍເນຍ ຢື່ນມືໄປຫາ ຊາວຕ່າງດ້າວ


ຫົວ​ເມື​ອງຕ່າງໆ​ຂອງ​​ອະ​ເມຣິກາ ​ໄດ້​ດຶງ​ດູດ​​ເອົາ​ພວກຄົນ​ຕ່າງ​ດ້າວ​ເຂົ້າມາ ຕັ້ງ​ຖິ່ນ​ຖານ​ຈາກ​ທົ່ວ​ໂລກ ​ແລະ​ຂະນະ​ດຽວ​ກັນ ພວກ​ຄົນຕ່າງ​ດ້າວ​ເຫຼົ່າ​ນັ້ນ ​ກໍນໍາ​ເອົາການ​ປ່ຽນ​ແປງ​ຫລາຍໆ​ຢ່າງ ມາສູ່​ຄຸ້ມ​ບ້ານ​​ໃໝ່ຂອງ​ພວກ​ເຂົາ​ເຈົ້າ. ​ເຊັ່ນ​ໃນ​ລັດ​ແຄ​ລິ​ຟໍ​ເນຍ ພວກ​ຄົນ​ຕ່າງ​ດ້າວ​ທີ່ເຂົ້າ​ມາ​ຢູ່​ໃໝ່ ​ຈາກ​ຂົງ​ເຂດ​ເອ ​ເຊຍ ​ແ​ລະ​ອະ​ເມຣິກາ​ລາ​ຕິນ ​ໄດ້​ນໍາ​ເອົາ​ລົດ​ສະ​ນິຍົມ​ສາກົນ​ມາສູ່​​ເຂດ​ຮ່ອມ​ພູ San Gabriel ທີ່​ຕັ້ງ​ຢູ່​ກໍ້າ​ຕາ​ເວັນ​ອອກ​ຂອງ​ນະຄອນ Los Angeles.

XS
SM
MD
LG