ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມຽນມາພະຍາຍາມ ຊ່ວຍພວກຄົນຕິດເຊື້ອ HIV


ການແຜ່ລະບາດຂອງໂຣກເອດສ໌ຢູ່ທີ່ມຽນມາ ສ່ວນຫລາຍແມ່ນກະທົບ ຕໍ່ກຸ່ມທີ່ຖືກຈໍາກັດຮັດແຄບໃນສັງຄົມ ເຊັ່ນປະຊາຄົມພວກຮັກຮ່ວມ ເພດ ຫລື ກະເທີຍ. ຢູ່ໃນປະເທດບ່ອນທີ່ການຮັກຮ່ວມເພດ ຄືມັກຮັກ ກັບຄົນເພດດຽວ ກັນ ຍັງເປັນເລື້ອງທີ່ຜິດກົດໝາຍຢູ່ນັ້ນ ການຊອກຫາແລະປິ່ນປົວຄົນປ່ວຍ ພວກນີ້ ແມ່ນເປັນເລື້ອງຫຍຸ້ງຍາກສໍາລັບພະນັກງານການແພດຈໍານວນບໍ່ເທົ່າໃດຄົນ ທີ່ອຸທິດຕົນໃຫ້ແກ່ການປິ່ນປົວພວກເຂົາເຈົ້າ. ແຕ່ວ່າ ງານບຸນ ທາງສາສະໜາປະຈໍາປີ ທີ່ເອີ້ນວ່າບຸນນັດ ຫລືບຸນໄຫວ້ດວງວິນຍານ ນັ້ນ ແມ່ນເປັນໂອກາດນຶ່ງທີ່ພວກສະມາຊິກປະຊາຄົມກະເທີຍ ຫລືເກ ສາມາດ ອອກມາພົວພັນກັນ ແລະໂອ້ລົມກັບພະນັກງານແພດກ່ຽວກັບ ການປິ່ນປົວໂຣກເອດສ໌ນັ້ນໄດ້.

XS
SM
MD
LG