ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີ ມຽນມາ ກ່າວວ່າ ຈະເປີດໂຮງຮຽນ ແກ່ຊາວເຜົ່າ ໂຣຮິງຢາ


ທ່ານ ທຽນ ​ເ​ຊນ ປະທານາທິບໍດີ​ມຽນມາ ກ່າວ​ວ່າ​ລັດຖະບານຂອງ​ທ່ານ ຈະ​ເປີດ​ໂຮງຮຽນຂຶ້ນຫຼາຍ​ແຫ່ງ​ເພື່ອປັບປຸງ​ການ​ສຶກສາ​ຂອງ​ພວກ​ມຸສລິ​ມໂຣຮິງ​ຢາ ຊຶ່ງ​ເປັນຊົນ​ເຜົ່າ​ກຸ່ມ​ນ້ອຍ​ທີ່​ກ່າວ​ຫາມຽນມາ​ຊຶ່ງ​ປະຊາຊົນ​ສ່ວນ​ໃຫຍ່ ເປັນ​ຊາວ​ພຸດ​ນັ້ນວ່າ ປະ​ຫັດ​ປະຫານ​ພວກ​ເຂົາ​ເຈົ້າ.

​ໃນ​ການ​ໃຫ້​ສໍາພາດ​ພິ​ເສດ​ບັ້ນ​ນຶ່ງ​ກັບ​ຫົວໜ້າ​ວີ​ໂອ​ເອພະ​ແນ​ກພາສາ​ ມຽນມາ ທ່ານ Than Lwin Htun ນັ້ນ ປະທານາທິບໍດີ​ທຽນ ​ເຊ​ນ ກ່າວ​ວ່າ ການ​ສຶກສາ​ຖື​ວ່າ​ເປັນ​ເຄຶ່ອງມື​ສໍາຄັນ​ຢ່າງນຶ່ງ ​ເພື່ອ​ຊ່ວຍ​ເຫຼືອປະຊາ​ຄົມ​ຕ່າງໆ ​ບໍ່​ວ່າ​ກຸ່ມ​ໃດ​ກໍ​ຕາມ ​ໃຫ້​ດໍາລົງ​ຊີວິດ​ຢູ່​ດ້ວຍ​ຄວາມ​ກົມກຽວ​ກັນ ​ແລະ​ເຄົາລົບ​ນັບ​ຖື​ສິດທິ​ມະນຸດ.

​ໃນ​ການ​ສໍາພາດ​ດັ່ງກ່າວເມື່ອ​ວັນ​ຈັນ​ຜ່ານ​ມາ​ນີ້​ທີ່​ເມືອງຫຼວງ​ເນ​ ປິ​ດໍ ປະທານາທິບໍດີ​ມຽນມາ ທ່ານ ທຽນ ​ເຊ​ນ ກ່າວ​ວ່າ ຊາວ​ເບ​ງກາລີ​ ທີ່​ທ່ານ​ໝາຍ​ເຖິງ​ຊາວ​ໂຣຮິງ​ຍາ ມີ​ແຕ່​ໂຮງຮຽນ​ສາສະໜາ ​ແລະ​ຂາດ​ເຂີນ​ໃນ ສິ່ງ​ທີ່​ທ່ານເອີ້ນ​ວ່າ ການ​ສຶກສາ​ທີ່ຖືກຕ້ອງ​ເໝາະ​ສົມ.

ທ່ານ ທຽນ ​ເຊ​ນ ກ່າວ​ອີກ​ວ່າ ລັດຖະບານ​ຂອງ​ທ່ານ ຈະ​ເປີດ​ໂຮງຮຽນ ​ໃຫ້​ພວກ​ເຂົ​າ​ເຈົ້າ ກໍ​ຄື​ຊົນ​ເຜົ່າ​ໂຣຮິງ​ຢາ​ມຸສລິ​ມ ​ເພື່ອ​ໃຫ້​ພວກ​ເຂົາ​ເຈົ້າ​ໄດ້ ຮໍ່າຮຽນ​ໃນລະບົບ​ການ​ສຶກສາສະ​ໄໝ​ໃໝ່ ​ແລະ​ເມື່ອ​ເວລາ​ພວກ​ເຂົາ​ເຈົ້າ​ໄດ້ ຮັບ​ການ​ສຶກສາດີ​ແລ້ວ ພວກ​ເຂົາ​ເຈົ້າຈະ​ມີ​ແນວ​ຄິດ​ທີ່​ດີ ​ແລະ​ສາມາດ​ຕັດ ສິນ​ໃຈ​ໃນ​ສິ່ງ​ທີ່​ເຫັນ​ວ່າ​ຖືກຫຼືຜິດ​ໄດ້.

​ແຕ່​ໃດ​ມາ ລັດຖະບານ​ມຽນມາ​ປະຕິ​ເສດບໍ່​ຍອມຮັບຮູ້​ຊາວ​ໂຣຮິງ​ຢາ​ມຸສລິ​ມ ປະມານ 800,000 ຄົນ ວ່າ​ເປັນຊົນ​ເຜົ່າ​ກຸ່ມ​ນຶ່ງ ​ແລະບໍ່​ຍອມໃຫ້​ສັນຊາດ​ມຽນມາ​ແກ່​ພວກ​ເຂົາ​ເຈົ້າ. ຊາວ​ມຽນມາຫຼາຍຄົນ​ຖື​ວ່າ​ຊາວ​ໂຣຮິງ​ຢາ ​ເປັນ​ພວກ​ຊາວ​ຕ່າງ​ດ້າວ​ຜິດ​ກົດໝາຍ ​ທີ່​ມາ​ຈາກ​ປະ​ເທດ​ບັງ​ກລາ​ແດ​ສ.

​ໃນ​ການ​ໃຫ້​ສໍາພາດ​ເມື່ອ​ວັນ​ຈັນ​ຜ່ານ​ມາ​ນັ້ນ ນັບ​ວ່າ​ເປັນ​ການສໍາພາດເທື່ອທໍາ​ອິດ ​ທີ່​ອະນຸຍາ​ດ​ໃຫ້​ວີ​ໂອ​ເອ ໂດຍ​ປະມຸກ​ຂອງ​ມຽນມາ. ອະດີດ​ລັດຖະ ບານ​ທະຫານ​ມຽນມາ ຊຶ່ງ​ທ່ານ​ທຽນ ​ເຊ​ນມີ​ຕໍາ​ແໜ່​ງ​ເປັນນາຍົກລັດຖະມົນ ຕີ​ໃນ​ເວລາ​ນັ້ນ ​ໄດ້​ສັ່ງ​ຫ້າມ​ວີ​ໂອ​ເອ ​ແລະ​ກ່າວ​ຫາ​ວ່າ​ວີ​ໂອ​ເອວ່າ ອອກ​ຂ່າວແບບຫຼອກລວງ.

XS
SM
MD
LG