ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີເໜືອ ອາດຈະສ້າງ ເຕົາແຍກ ນິວເຄລຍ ແລ້ວສຳເລັດ ປີໜ້ານີ້


ຮູບພາບໂຮງໄຟຟ້ານີວເຄລຍຈາກດາວທຽມ ຄາດວ່າຈະສ້າງສຳເລັດ ໃນທ້າຍປີໜ້າ
ຮູບພາບໂຮງໄຟຟ້ານີວເຄລຍຈາກດາວທຽມ ຄາດວ່າຈະສ້າງສຳເລັດ ໃນທ້າຍປີໜ້າ

ສະ​ຖາ​ບັນ​ຄົ້ນ​ຄວ້າຂອງສະຫະລັດແຫ່ງ​ນຶ່ງ​ກ່າວ​ວ່າ ຮູບ​ພາບ​ຈາກດາວ​ທຽມ ສະ​ແດງ​ໃຫ້​ເຫັນ​
ວ່າ ​ເກົາຫລີ​ເໜືອອາດ​ຈະສໍາ​ເລັດການ​ກໍ່ສ້າງ​ໂຮງ​ໄຟຟ້ານິວ​ເຄລຍ ທີ່ໃຊ້​ນໍ້າ​ທຳ​ມະ​ດາ​ຫຼື
light-watrer​ ​ໃນ​ທ້າຍ​ປີໜ້າ​ນີ້. ​ແຕ່ພວກນັກ​ວິໄຈ​ກ່າວ​ວ່າ ຍັງ​ບໍ່ທັນ​ມີ​ຄວາມ​ເຫັນ​ຢ່າງ​ເປັນ​

ເອກ​ກະສັນ​ກັນ​ເທື່ອ​ວ່າ​ມັນ​ໝາຍ​ຄວາມ​ວ່າ​ຢ່າງໃດ​ຕໍ່ອານາ​ຄົດກ່ຽວ​ກັບ​ໂຄງການ​ອາວຸດ​ນີວ
​ເຄລຍຂອງ​ພຽງ​ຢາງ.

ສະ​ຖາ​ບັນວິທະຍາສາດ ​ແລະເທັ​ກ​ໂນ​ໂລ​ຈີນາໆ​ຊາດ ທີ່​ມີຫ້ອງການຢູ່ນະ​ຄອນ​ຫລວງວໍ​ຊິງ​ຕັນ
ກ່າວ​ວ່າ ພາບ​ຖ່າຍໃນ​ເດືອນ​ພຶດສະພາ ​ແລະ​ມິຖຸນາຜ່ານ​ມາ ສະ​ແດງ​ໃຫ້​ເຫັນ​ອຸປະ​ກອນການ​
ກໍ່ສ້າງ​ໃໝ່ ​ໄດ້​ຖືກ​ນໍາໄປ​ວາງ​ໄວ້​ໃກ້​ໆກັບ​ຕຶກທີ່ ບັນຈຸເຕົາປະຕິ​ກອນນີວ​ເຄລຍ ທີ່ Yongyon.
ລາຍ​ງານ​ກ່າວ​ອີກ​ວ່າ ການ​ສ້າງ ສາ​ສ່ວນໃຫຍ່​ຢູ່​ຂ້າງ​ນອກ ປະກົດ​ວ່າ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ ​
ແຕ່​ວ່າໂຕ​ຂອງ​ຕຶກ​ຍັງບໍ່​ທັນ​ມີ​ຫລັງ​ຄາ.

ພຽງ​ຢາງ​ກ່າວ​ວ່າ ເຕົາ​ປະຕິ​ກອນນິວ​ເຄລຍ​ໃໝ່ ທີ່ໃຊ້​ນໍ້າ​ທຳ​ມະ​ດາ ມີ​ຈຸດປະສົງ ສົງ​ເພື່ອ​ຜະ
ລິດ​ໄຟຟ້າ​ສຳ​ຫຼັບ​ພົນລະ​ເຮືອນ. ​ເຖິງ​ຢ່າງ​ໄດ​ກໍ​ດີ ມັນ​ສາມາດ​ໃຊ້​ໃນ​ການ​ຜະລິດ​ທາດ​ປລູ​ໂຕ​
ນຽມ​ເພື່ອສ້າງ​ອາວຸດ​ນິວ​ເຄລຍ​ໄດ້ ທີ່​ເຊື່ອ​ວ່າ ເກົາຫລີ​ເໜືອ ​ໄດ້​ນໍາໃຊ້​ໃນ​ການທົດ​ລອງ​ອາວຸດ​
ນີວ​ເຄລຍສອງ​ຄັ້ງ​ແລ້ວນັ້ນ.

XS
SM
MD
LG